ດ່ານັ້ງ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 300 ຄົນໃນຖ້ຽວບິນທຳອິດທີ່ມາຈາກ Dubai
ຕອນຄໍ່າວັນທີ 2 ມິຖຸນາ, ຖ້ຽວບິນທຳອິດຂອງບໍລິສັດການບິນ Emirates (Dubai) ເດີນທາງມາຈາກ Dubai (ສະຫະລັດ ອາຣັບ ເອມີເລດ) ນຳສົ່ງຜູ້ໂດຍສານ 333 ຄົນໄດ້ລົງຈອດຢູ່ສະໜາມບິນສາກົນດ່ານັ້ງ.
    |
 |
ດ່ານັ້ງ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 300 ຄົນໃນຖ້ຽວບິນທຳອິດທີ່ມາຈາກ Dubai. ພາບ: vov.vn |
ນີ້ແມ່ນຖ້ຽວບິນທຳອິດໃນແຜນການຂຸດຄົ້ນເປັນປະຈຳຂອງ ບໍລິສັດການບິນ Emirates (Dubai) ໃນຖ້ຽວບິນໄປກັບ Dubai - ບາງກອກ (ໄທ) - ດ່ານັ້ງ , ດ້ວຍ 4 ຖ້ຽວ/ອາທິດ, ໃນວັນຈັນ, ວັນພຸດ, ວັນເສົາ ແລະວັນອາທິດ. ບໍລິສັດການບິນສາກົນ Emirates ໄດ້ຂຸດຄົ້ນສາຍການບິນເຊື່ອມຕໍ່ Dubai-ບາງກອກ (ໄທ) - ດ່ານັ້ງ ສ້າງຂີດໝາຍສຳຄັນໃນການເພີ່ມທະວີການພົວພັນແລກປ່ຽນ ແລະຊຸກຍູ້ການທ່ອງທ່ຽວລະຫວ່າງພາກພື້ນຕາເວັນອອກກາງ, ອາຊີຕາເວັນອອກສ່ຽງໃຕ້ ແລະຫວຽດນາມ, ເປີດກວ້າງໂອກາດຮ່ວມມືກ່ຽວກັບການຄ້າ, ການລົງທຶນ ແລະຜົນພັນແລກປ່ຽນເສດຖະກິດ, ວັດທະນະທຳ, ປະກອບສ່ວນເຜີຍແຜ່ໂຄສະນາດ່ານັ້ງ ອອກສູ່ໂລກ.
ທ່ານ ຕ້ານວັນເວືອງ ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະການທ່ອງທ່ຽວ ນະຄອນດ່ານັ້ງ ໃຫ້ຮູ້ວ່າ: ດ່ານັ້ງໄດ້ສົມທົບກັບບໍລິສັດການບິນ Emirates ເພື່ອເປິດສາຍການບິນຈາກ Dubai ໄປຍັງດ່ານັ້ງ. ນີ້ແມ່ນຈຳນວນແຂກທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະຜະລິດຕະພັນ, ບັນດາການບໍລິການຂອງນະຄອນດ່ານັ້ງ ໂດຍອຳນາດການປົກຄອງ ກໍ່ຄືບັນດາວິສາຫະກິດໄດ້ລົງທຶນສ້າງລະບົບຊີວະພາບໃນໄລຍະຜ່ານມາ.
ແຫຼ່ງຄັດຈາກ: vovworld.vn