ແຜນພັດທະນາເສດຖະກິດ–ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026–2030) ຂອງລາວ ໄດ້ຜັນຂະຫຍາຍດ້ວຍຄຳຂວັນ: “ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ນໍາໃຊ້ກໍາລັງບົ່ນຊ້ອນຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ–ສັງຄົມຕາມທິດສີຂຽວ ແລະຍືນຍົງ.”

ຕາມນັ້ນແລ້ວ, ບັນດາຂະແໜງການ ໄດ້ຮັບການມອບເປົ້າໝາຍເຕີບໂຕລວມມີ: ກະສິກໍາ (ເພີ່ມ 4,4% ຕໍ່ປີ, ກວມເອົາ 21,3% GDP), ອຸດສາຫະກຳ (ເພີ່ມ 5,1%, ກວມເອົາ 31,5% GDP), ບໍລິການ (ເພີ່ມ 5,6%, ກວມເອົາ 36,8% GDP), ພາສີ-ຄ່າທໍານຽມ (ເພີ່ມ 3,6%, ກວມເອົາ 10,4% GDP).

leftcenterrightdel
ລາວ ຍູ້ແຮງການຜະລິດເພື່ອຕອບສະໜອງຄວາມຕ້ອງການນໍາໃຊ້ສິນຄ້າພາຍໃນປະເທດ. ຄັດຈາກ: ວິທະຍຸກະຈາຍສຽງແຫ່ງຊາດລາວ

ລັດຖະບານລາວ ກໍ່ໄດ້ວາງເປົ້າໝາຍເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 530,900 ຕື້ກີບ, ເທົ່າກັບ 20,5% GDP, ໃນຂະນະນັ້ນ ການລາຍຈ່າຍງົບປະມານບໍ່ເກີນ 19,6% GDP, ພ້ອມທັງໃຫ້ຄໍາໝັ້້ນສັນຍາຈະຄວບຄຸມໄພເງິນເຟີ້ ແລະຮັບປະກັນໃຫ້ປະຊາຊົນ 80% ໄດ້ເຂົ້າເຖິງກັບການບໍລິການການເງິນ. ເພື່ອບັນລຸໄດ້ເປົ້າໝາຍທີ່ວາງອອກໃນແຜນການ, ລັດຖະບານລາວ ຈະຊຸກຍູ້ການເຂົ້າຮ່ວມຢ່າງກວ້າງຂວາງ, ເລິກເຊິ່ງ ແລະມີຄວາມຮັບຜິດຊອບຂອງບັນດາພາກສ່ວນເສດຖະກິດເຂົ້າໃນວິວັດການຜະລິດ ແລະຕອບສະໜອງການບໍລິການທັງໝົດ; ຍູ້ແຮງການລົງທຶນເຂົ້າໃນບັນດາຂົງເຂດທີ່ມີທ່າແຮງຂອງປະເທດ ແລະທ້ອງຖິ່ນ; ເພີ່ມທະວີການນໍາໃຊ້ຜະລິດຕະພັນພາຍໃນ, ເປີດກວ້າງການສົ່ງອອກ, ເພື່ອຫຼຸດຜ່ອນການຂາດດຸນການຄ້າ.

ສືບຕໍ່ປະຕິຮູບການຄຸ້ມຄອງການເງິນ-ງົບປະມານແຫ່ງລັດ,...; ຜັນຂະຫຍາຍນະໂຍບາຍເງິນຕາຢ່າງມີປະສິດທິຜົນ, ສົ່ງເສີມການນໍາໃຊ້ເງິນກີບ ແລະຈໍາກັດການນໍາໃຊ້ເງິນຕາຕ່າງປະເທດ; ປັບປຸງສະພາບແວດລ້ອມການລົງທຶນໃຫ້ດີຂຶ້ນ, ເພີ່ມທະວີການດຶງດູດທຶນພາກເອກະຊົນທັງພາຍໃນ ແລະຕ່າງປະເທດ; ຍູ້ແຮງການນໍາໃຊ້ວິທະຍາສາດ, ເຕັກໂນໂລຢີ ແລະນະວັດຕະກໍາ ເພື່ອຍົກສູງສະມັດຕະພາບການຜະລິດ ແລະຄຸນນະພາບການບໍລິການ; ໜູນຊ່ວຍການລົງທຶນ, ການຄ້າ ແລະການທ່ອງທ່ຽວພັດທະນາແບບຍືນຍົງ.

ໃນຊຸມເດືອນຕົ້ນປີ 2025, ພື້ນຖານເສດຖະກິດລາວ ພວມມີການຫັນປ່ຽນຢ່າງຕ້ັງໜ້າ, ໂດຍບໍ່ຫົວຊາເຖິງຄວາມຫຍຸ້ງຍາກ ແລະຜັນແປຂອງເສດຖະກິດໃນທົ່ວໂລກ. ການເຕີບໂຕ GDP ໄຕມາດ I/2025 ບັນລຸ 4,5% ແລະໄພເງິນເຟີ້ຫຼຸດລົງໜຶ່ງຕົວເລກ (8,3% ໃນເດືອນ ພຶດສະພາ). ເປົ້າໝາຍເຕີບໂຕເສດຖະກິດໄລຍະ 2026-2030,  ໂດຍລັດຖະບານລາວ ວາງອອກ ອີງໃສ່ລະດັບເຕີບໂຕເສດຖະກິດປີ 2024 (ບັນລຸ 4,6%, ລື່ນກາຍຄາດໝາຍ 4,5% ແຜນການສະພາແຫ່ງຊາດ) ແລະຕີລາຄາລະດັບເຕີບໂຕເສດຖະກິດລາວ ປີ 2024 ຂອງທະນາຄານໂລກ (ປີ 2024 ບັນລຸ 4,1%).

ໂດຍ: ໄຊນີດາ