ການໂອ້ລົມສົນທະນາພົບປະສະຫະພັນບັນດາອົງການຈັດຕັ້ງເສດຖະກິດຍີ່ປຸ່ນ
ວັນທີ 30 ພຶດສະພາ, ຢູ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ, ທ່ານ ຫງວຽນຈີ໊ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາພົບປະສະຫະພັນບັນດາອົງການຈັດຕັ້ງເສດຖະກິດຍີ່ປຸ່ນ (Keidanren).
    |
 |
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: VGP |
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ ບັນດາການຜັນແປທົ່ວໂລກພວມສ້າງທ່າອ່ຽງຫັນປ່ຽນໃໝ່, ເປີດກາລະໂອກາດໃໝ່ຫຼາຍຢ່າງ. ທ່ານເນັ້ນໜັກວ່າ ໂລກ ຕ້ອງພ້ອມກັນສ້າງໂຄງປະກອບບັນດາລະບົບສະໜອງຄືນໃໝ່ໂດຍອີງໃສ່ຈຸດດີ, ທ່າແຮງຂອງສອງຝ່າຍ, ຫຼຸດຜ່ອນຜົນສະທົບຈາກບັນດາປັດໄຈພາຍນອກ. ສຳລັບຫວຽດນາມ, ປີນີ້ແມ່ນປີ “ເພີ່ມຄວາມໄວ, ບຸກທະລຸ, ສຳເລັດ” ເພື່ອປະຕິບັດສຳເລັດບັນດາເປົ້າໝາຍພັດທະນາຂອງໄລຍະ 2021-2025.
ແລະກໍ່ໃນວັນດຽວກັນ, ຢູ່ໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ໊ຢຸງ ໄດ້ຕ້ອນຮັບທ່ານ Shingo Ueno ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Sumitomo ແລະເຂົ້າຮ່ວມວັນຫັນເປັນດີຈີຕອນ 2025 ຂອງຫວຽດນາມ.
ວັນທີ 31 ພຶດສະພາ, ຢູ່ນະຄອນຫຼວງໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ໊ຢຸງ ໄດ້ເຂົ້າຮ່ວມງານບຸນຫວຽດນາມ 2025. ນີ້ແມ່ນງານບຸນຫວຽດນາມ ຈັດຂຶ້ນປະຈຳປີໃຫຍ່ທີ່ສຸດຢູ່ ຍີ່ປຸ່ນ, ດຶງດູດປະຊາຄົມຊາວຫວຽດນາມ, ເພື່ອນມິດຍີ່ປຸ່ນ ແລະ ສາກົນເຂົ້າຮ່ວມ ແລະຮັບປະທານບັນດາເຍື່ອງອາຫານຂອງຫວຽດນາມ. ກ່າວຄຳເຫັນຢູ່ທີນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ໊ຢຸງ ຢືນຢັນວ່າ, ຜ່ານການຈັດງານບຸນ 17 ຄັ້ງນັບແຕ່ປີ 2008, ງານບຸນໄດ້ກາຍເປັນເຫດການພົບປະແລກປ່ຽນວັດທະນະທຳ ຫວຽດນາມ-ຍີ່ປຸ່ນ ທີ່ເປັນເອກະລັກສະເພາະ. ງານບຸນນີ້ຈັດຂຶ້ນເປັນ 2 ວັນ, ຄາດວ່າຈະດຶງດູດຜູ້ເຂົ້າຮ່ວມປະມານ 180.000 ເທື່ອຄົນ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ