ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງທຸກຂັ້ນ ແລະທົ່ວສັງຄົມຄວນມີການກະທຳຢ່າງແຮງກວ່າອີກ; ຕ້ອງຖືການເບິ່ງແຍງດູແລເດັກພິການແມ່ນຄວາມຮັບຜິດຊອບດ້ານການເມືອງ, ແມ່ນຄຳໝັ້ນສັນຍາມະນຸດສະທຳ ແລະກໍ່ແມ່ນການວັດແທກໃຫ້ສີວິໄລ, ຄວາມກ້າວໜ້າຂອງປະເທດ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຊົມເຮືອນສິລະປະສະຫງວນໃຫ້ນັກຮຽນພິການຕາຂອງໂຮງຮຽນມັດທະຍົມ ຫງວຽນດິ່ງຈ໋ຽວ. ພາບ: ສໍານັກຂ່າວສານຫວຽດນາມ

ກະຊວງສຶກສາ ແລະກໍ່ສ້າງ ພ້ອມກັບກະຊວງສາທາລະນະສຸກ ປະສານສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ກັບອຳນາດການປົກຄອງທ້ອງຖິ່ນຢ່າງແໜ້ນແຟ້ນເພື່ອທະວີຄູນຮູບແບບບັນດາໂຮງຮຽນທີ່ມີພາລະບົດບາດຄ້າຍຄືກັນກັບໂຮງຮຽນມັດທະຍົມ ຫງວຽນດິ່ງຈ໋ຽວ ແລະໂຮງຮຽນມັດທະຍົມ ຊາດ່ານ ຫຼື ໂຮງຮຽນລົງເລິກວິຊາພິເສດອື່ນໆ.

ທ່ານເລຂາທິການໃຫຍ່ ໂຕເລິມ ສະໜີຄວນສ້າງລະບົບນະໂຍບາຍຢ່າງຄົບຊຸດໃຫ້ການສຶກສາພິເສດ, ໃນນັ້ນຕິດພັນລະຫວ່າງໂຮງຮຽນກັບໂຮງໝໍ, ສູນປິ່ນປົວ, ແນະນຳປະກອບອາຊີບ; ເພີ່ມທະວີການບຳລຸງສ້າງຄູອາຈານສະເພາະກິດ; ໜູນຊ່ວຍດ້ານການເງິນ, ທຶນການສຶກສາ, ປະກັນໄພ ແລະເຄື່ອງໃຊ້ໃນການຮ່ຳຮຽນໃຫ້ນັກຮຽນຄົນພິການຢູ່ທັງເຂດຕົວເມືອງ ແລະຊົນນະບົດ, ເຂດຫ່າງໄກຊອກຫຼີກ; ສ້າງຕັ້ງສູນໜູນຊ່ວຍການສຶກສາພິເສດ, ພັດທະນາຮູບແບບໂຮງຮຽນທີ່ເປັນມິດ, ຮາກຖານວັດຖຸເຂົ້າເຖິງຄົນພິການທຸກປະເພດ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມອບຂອງຂວັນໃຫ້ຄູອາຈານ ແລະນັກຮຽນໂຮງຮຽນມັດທະຍົມ ຫງວຽນດິ່ງຈ໋ຽວ ແລະໂຮງຮຽນມັດທະຍົມ ຊາດ່ານ (ຮ່າໂນ້ຍ); ຢ້ຽມຢາມຫໍພັກນັກຮຽນພິການຕາ; ຢ້ຽມຊົມເຮືອນສິລະປະ ແລະຖ່າຍຮູບເປັນທີ່ລະນຶກພ້ອມກັບຄູອາຈານ ແລະນັກຮຽນຂອງສອງໂຮງຮຽນ.

ໂດຍ: ເຈິ່ນຮວ່ຽນ