ທີ່ການພົບປະ, ທ່ານ ຫງວຽນຈີ໊ຢູງ ຮອງນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຮ່ວມມືລະຫວ່າງແຂວງ Aichi ແລະນະຄອນ Nagoya ກັບຫວຽດນາມ ພວມໄດ້ຮັບການຊຸກຍູ້ໃນຫຼາຍຂົງເຂດ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການລົງທຶນ, ແຮງງານ, ການພົບປະແລກປ່ຽນວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ...; ທ່ານ ຫງວຽນຈີ໊ຢູງ ຂອບໃຈ ແລະສະເໜີໃຫ້ອຳນາດການປົກຄອງແຂວງ Aichi ແລະນະຄອນ Nagoya ສືບຕໍ່ເອົາໃຈໃສ່, ໜູນຊ່ວຍ ແລະສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ດຳລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ໃນແຂວງ.

ທ່ານ ຫງວຽນຈີ໊ຢູງ ຮອງນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ຜູ້ວ່າການແຂວງ Aichi ແລະເຈົ້າຄອງນະຄອນ Nagoya ເອົາໃຈໃສ່ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃຫ້ຫຼາຍກວ່າອີກ, ນໍາການຮ່ວມມືລະຫວ່າງຫວຽດນາມ ກັບແຂວງ Aichi ແລະນະຄອນ Nagoya ໃຫ້ກາຍເປັນແບບຢ່າງໃນການຮ່ວມມືທ້ອງຖິ່ນລະຫວ່າງສອງປະເທດ.

leftcenterrightdel
ທ່ານ ຫງວຽນຈີ໊ຢູງ ຮອງນາຍົກລັດຖະມົນຕີ ຕ້ອນຮັບທ່ານ Omura Hideaki ຜູ້ວ່າການແຂວງ Aichi. ພາບ: baochinhphu.vn

ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ກັບແຂວງ Aichi ໃນການພົບປະແລກປ່ຽນປະຊາຊົນ ແລະການທ່ອງທ່ຽວ, ທ່ານ Omura ປາດຖະໜາຢາກ ຈະເປີດສາຍການບິນໂດຍກົງລະຫວ່າງສອງປະເທດໃນໄລຍະຈະມາເຖິງໃຫ້ຫຼາຍກວ່າອີກ.

ດ້ວຍທ່າແຮງແມ່ນທ້ອງຖິ່ນແຖວໜ້າຢູ່ຍີ່ປຸ່ນ ໃນຂົງເຂດອຸດສາຫະກຳໜັກ, ວິທະຍາສາດ ແລະເຕັກໂນໂລຢີ, ເຄິ່ງຊັກນໍາໄຟຟ້າ ແລະສາທາລະນະສຸກ, ຜູ້ວ່າການແຂວງ Aichi ໃຫ້ຮູ້ວ່າ  ພ້ອມແລ້ວທີ່ຈະຊຸກຍູ້ເພື່ອໃຫ້ມີວິສາຫະກິດຫຼາຍກວ່າອີກຂອງແຂວງມາລົງທຶນຢູ່ຫວຽດນາມ ໃນຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ປ່ຽນແປງໃໝ່ປະດິດຄິດສ້າງ, ວິທະຍາສາດ ແລະເຕັກໂນໂລຢີ, ເຄິ່ງຊັນນໍາໄຟຟ້າ, ອຸດສາຫະກຳສໍາຮອງ...

ສ່ວນທ່ານເຈົ້າຄອງ Hirosawa ໃຫ້ຮູ້ວ່າ: ນະຄອນ Nagoya ຈະເປັນເຈົ້າພາບຈັດຕັ້ງງານມະຫາກໍາກິລາອາຊຽນ ໃນປີ 2026, ຫວັງວ່າຈະຕ້ອນຮັບນັກກິລາຫວຽດນາມ ຫຼາຍຄົນໄປຮອດ Nagoya, ຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະການທ່ອງທ່ຽວລະຫວ່າງນະຄອນ Nagoya ກັບຫວຽດນາມ ໃນໂອກາດນີ້, ພ້ອມທັງເປີດສາຍການບິນໂດຍກົງລະຫວ່າງນະຄອນ Nagoya ກັບນະຄອນອື່ນອີກຂອງຫວຽດນາມ.

ໂດຍ: ທູຈາງ