ຄວາມສາມາດບົ່ມຊ້ອນ ແລະທ່າໄດ້ປຽບທີ່ມີຢູ່ແລ້ວ
ການປະຕິວັດອຸດສາຫະກໍາ ຄັ້ງທີ 4 ພວມເຮັດໃຫ້ທຸກດ້ານຂອງຊີວິດເສດຖະກິດ-ສັງຄົມ ໃນທົ່ວໂລກມີການປ່ຽນແປງຢ່າງເລິກເຊິ່ງ. ໃນນັ້ນ, AI ພວມພົ້ນເດັ່ນຂຶ້ນຄືດັ່ງພື້ນຖານສໍາຄັນໜຶ່ງໃນການຊຸກຍູ້ການຫັນປ່ຽນດີຈີຕອນ, ປ່ຽນແປງໃໝ່ປະດິດສ້າງ ແລະເພີ່ມການແກ່ງແຍ້ງໃຫ້ແຕ່ລະປະເທດ, ແຕ່ລະທ້ອງຖິ່ນ. AI ແມ່ນທ່າອ່ຽງຈໍາເປັນຢ່າງເດັດຂາດ, ເປີດຫຼາຍກາ ລະໂອກາດໃໝ່ເພື່ອໃຫ້ບັນດານະຄອນຄືດ່ານັງ ຫັນການຄຸ້ມຄອງ, ພັດທະນາເສດຖະກິດ-ສັງຄົມ ແລະຍົກສູງຄຸນນະພາບການດໍາລົງຊີວິດຂອງປະຊາຊົນໃຫ້ດີທີ່ສຸດ.
ຕາມທ່ານ ເລເຊີນຝອງ ຮອງຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຢີນະຄອນດ່ານັງ ແລ້ວ, ນະຄອນໄດ້ກໍານົດການພັດທະນາ AI ບົນພື້ນຖານ 25 ປີແຫ່ງການພັດທະນາອຸດສາຫະກໍາຊອບແວ, ຫັນປ່ຽນດີຈີຕອນດ້ວຍທ່າໄດ້ປຽບແຫຼ່ງຊັບພະຍາກອນມະນຸດທີ່ມີປະສົບການ. ດ່ານັງ ພັດທະນາ AI ບໍ່ພຽງແຕ່ໃນຂົງເຂດເຕັກໂນໂລຢີເທົ່ານັ້ນ ຫາກຍັງນໍາເອົາ AI ເຂົ້າໃນຂົງເຂດຊີວິດສັງຄົມ ເພື່ອຍູ້ແຮງເຕັກໂນໂລຢີ, ຫັນປ່ຽນໂຄງປະກອບເສດຖະກິດ, ໝູນໃຊ້ເຕັກໂນໂລຢີສູງ. ນະຄອນໄດ້ກໍານົດທິດທາງເຂົ້າເຖິງຕາມ 3 ທິດ: ຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ ແລະນະໂຍບາຍ. ໃນນັ້ນ, ເມື່ອສ້າງນະໂຍບາຍ, ພື້ນຖານໂຄງລ່າງລ້ວນແຕ່ອີງໃສ່ຫຼັກການຮ່ວມມືຢ່າງແໜ້ນແຟ້ນກັບໂຮງຮຽນ, ວິສາຫະກິດ. ພິເສດ, ພາຍຫຼັງທີ່ສະພາແຫ່ງຊາດປະກາດໃຊ້ມະຕິເລກທີ 136/2024/QH15 ວ່າດ້ວຍການຈັດຕັ້ງອໍານາດການປົກຄອງຕົວເມືອງ ແລະທົດລອງບາງກົນໄກ, ນະໂຍບາຍພັດທະນາສະເພາະຂອງນະຄອນດ່ານັງ; ສະພາປະຊາຊົນນະຄອນໄດ້ປະກາດໃຊ້ຫຼາຍນະໂຍບາຍຫັນມະຕິເປັນລະອຽດ. ປະຈຸບັນ, ໂຄງປະກອບຊັບພະຍາກອນມະນຸດ AI ຢູ່ເຂດສວນສາທາລະນະຊອບແວດ່ານັງເລກ 2 ມີເຖິງ 30% ແມ່ນບັນດານັກຊ່ຽວຊານແຖວໜ້າ. ສິ່ງດັ່ງກ່າວນີ້ຢືນຢັນຄວາມສາມາດບ່ົມຊ້ອນຂອງນະຄອນດ່ານັງ ໃນຂົງເຂດ Semiconductor chip ແລະ AI.
    |
 |
ຊຸດບໍາລຸງສ້າງນັກສຶກສາປີສຸດທ້າຍຈາກສາຂາວິຊາທີ່ໃກ້ຄຽງກັບ chip ໄປສູ່ການອອກແບບ chip ຢູ່ມະຫາວິທະຍາໄລເຕັກໂນໂລຢີຂໍ້ມູນຂ່າວສານ ແລະສື່ມວນຊົນ ຫວຽດ-ສ.ເກົາຫຼີ (ມະຫາວິທະຍາໄລດ່ານັງ). ພາບ: ຫງວຽນຮວ່າ |
ທ່ານ ປອ. ເລກວາງດ້າມ, ຜູ້ອໍານວຍການໃຫຍ່ບໍລິສັດຈໍາກັດ ເຕັກໂນໂລຢີ Marvell ຫວຽດນາມ ໃຫ້ຂໍ້ສັງເກດວ່າ: ນະຄອນດ່ານັງ ມີຄວາມສາມາດບົ່ມຊ້ອນ ເພື່ອກາຍເປັນທ້ອງຖິ່ນນໍາໜ້າກ່ຽວກັບ AI ແລະSemiconductor chip ຢູ່ຫວຽດນາມ. ນັ້ນແມ່ນການເອົາໃຈໃສ່, ໃຫ້ຄໍາໝັ້ນສັນຍາ, ດຶງດູດການລົງທຶນຂອງລັດຖະບານ, ອໍານາດການປົກຄອງນະຄອນ ແລະການຮ່ວມເດີນທາງຂອງວິສາຫະກິດ. ດ່ານັງມີພື້ນຖານໂຄງລ່າງທີ່ດີພ້ອມ ກັບແຫຼ່ງຊັບພະຍາກອນມະນຸດທີ່ໜຸ່ມແໜ້ນ, ມີຄຸນນະພາບທີ່ນັບມື້ນັບສູງ. ທ່ານ Anthony ຕ໊ວນຟານ ຜູ້ກໍ່ຕັ້ງ & CEO AIAIVN ຕີລາຄາວ່າ ດ່ານັງ ເປັນເຈົ້າຂອງສູນຂໍ້ມູນທີ່ທັນສະໄໝ, ຮູບການຄຸ້ມຄອງຕົວເມືອງອັດສະລິຍະໄດ້ເຄື່ອນໄຫວຢ່າງມີສະຖຽນລະພາບ, ສະພາບແວດລ້ອມເປີດເຜີຍ... ມີຫຼາຍກາລະໂອກາດເພື່ອພັດທະນາ AI.
ຕາມ ຮອງສາດສະດາຈານ, ປອ ຮວ່ິງກົງຝາບ ອະທິການບໍດີມະຫາວິທະຍາໄລເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ-ສ.ເກົາຫຼີ (ມະຫາວິທະຍາໄລດ່ານັງ) ໃຫ້ຮູ້ວ່າ ນະຄອນດ່ານັງ ມີໂຮງຮຽນ 3 ແຫ່ງໄດ້ຮັບສະໝັກນັກຮຽນ 250 ຄົນມາສຶກສາໃນຂະແໜງ Semiconductor chip. ສໍາລັບທາງໂຮງຮຽນກໍ່ໄດ້ຮັບສະໜັກນັກວິສາວະກອນອອກແບບ Semiconductor chip ຊຸດທໍາອິດ 60 ຄົນ, ຄາດວ່າຈະຍົກນັກວິສາວະກອນຂຶ້ນ 600-1.000 ຄົນໃນປີ 2028. ນະຄອນພວມສ້າງນະໂຍບາຍໜູນຊ່ວຍທີ່ພົ້ນເດ່ັນຫຼາຍສະບັບ, ລວມມີນະໂຍບາຍກ່ຽວກັບລະບົບບຸລິມະສິດ, ລາຍຮັບ, ຄ່າໃຊ້ຈ່າຍການພັກເຊົາໃຫ້ນັກຊ່ຽວຊານ, ນັກວິທະຍາສາດທີ່ເຮັດວຽກໃນຂົງເຂດSemiconductor chip, AI.
ຕ້ອງມີຫຼາຍມາດຕະການຢ່າງຄົບຊຸດ
ທີ່ກອງປະຊຸມສໍາມະນາ “ປັນຍາປະດິດ-ກໍາລັງຜັກດັນໃໝ່ໃນການພັດທະນາດ່ານັງ” ໂດຍຄະນະກໍາມະການປະຊາຊົນນະຄອນດ່ານັງ ຈັດຕ້ັງຫວ່າງແລ້ວນີ້, ບັນດານັກຊ່ຽວຊານໄດ້ສະເໜີຫຼາຍມາດຕະການພັດທະນາຂົງເຂດ AI. ທ່ານ ຫວູແອງຕູ ຜູ້ອໍານວຍການເຕັກໂນໂລຢີກຸ່ມບໍລິສັດ FPT ຖືວ່າ ເພື່ອພັດທະນາ AI ຢູ່ດ່ານັງ, ນະຄອນຕ້ອງດຶງດູດແຫຼ່ງຊັບພະຍາ ກອນມະນຸດທີ່ມີຄຸນນະພາບສູງ, ບັນດາບໍລິສັດເຕັກໂນໂລຢີແຖວໜ້າໃນໂລກ; ການລົງທຶນບັນດາສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າພັດທະນາ. ຢາກເຮັດໄດ້ສິ່ງເຫຼົ່ານັ້ນ, ດ່ານັງຕ້ອງມີພື້ນຖານໂຄງລ່າງການເຮັດວຽກ, ພື້ນຖານໂຄງລ່າງສັງຄົມທີ່ດຶງດູດນັກຊ່ຽວຊານ, ຜູ້ມີຄວາມເກັ່ງກ້າສາມາດມາເຮັດວຽກ.
ບົນພື້ນຖານການວິເຄາະກາລະໂອກາດ, ສິ່ງທ້າທາຍ ແລະບົດຮຽນຈາກບັນດາປະເທດມະຫາອໍານາດດ້ານເຕັກໂນໂລຢີໃນໂລກ, ທ່ານ ປອ Christopher ເກື່ອງຫງວຽນ ຜູ້ກໍ່ຕັ້ງ ແລະປະທານ Aitomatic, inc ສະເໜີວ່າ, ນະຄອນດ່ານັງ ເວົ້າສະເພາະ ແລະຫວຽດນາມ ເວົ້າລວມ ຕ້ອງເອົາໃສ່ 5 ປັດໄຈສໍາຄັນລວມມີ: ສ້າງສູນນະວັດຕະກໍາສະເພາະ; ສ້າງຕະຫຼາດທຶນໜູນຊ່ວຍວິສາຫະກິດເຕັກໂນໂລຢີ; ສ້າງລະບົບນິເວດເຕັກໂນໂລຢີ; ສ້າງແຫຼ່ງທຶນລົງທຶນຄວາມສ່ຽງ ແລະເພີ່ມທະວີການກໍ່ສ້າງ, ດຶງດູດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ນອກຈາກນັ້ນ, ດ່ານັງຍັງສາມາດສ້າງສູນເຕັກໂນໂລຢີ AI ລົງເລິກຂະແໜງການ, ມຸ່ງໄປເຖິງການດຶງດູດບັນດາວິສາຫະກິດເຕັກໂນໂລຢີໃນທົ່ວໂລກມາຕັ້ງສູນຄົ້ນຄວ້າລົງເລິກຂະແໜງການ.
ເພື່ອພັດທະນະ AI, ສິງກະໂປມີວິໄສທັດຍຸດທະສາດໃນການສ້າງພື້ນຖານໂຄງລ່າງ, ມີງົບປະມານສະເພາະໃຫ້ແກ່ຂົງເຂດນີ້; ສ້າງສະພາບແວດລ້ອມທີ່ປອດໃສ, ນະໂຍບາຍເປີດເຜີຍ, ດູດດື່ມ, ດຶງດູດບັນດາວິສາຫະກິດເຕັກໂນໂລຢີແຖວໜ້າ... ຈາກບົດຮຽນຂອງສິງກະໂປ, ທ່ານ Albert Antoine ນັກຊ່ຽວຊານ AI ຢູ່ສິງກະໂປ, ສະເໜີວ່າ, ຢາກພັດທະນາ AI ໃຫ້ມີປະສິດທິຜົນຕ້ອງມີວິໄສທັດຢ່າງຈະແຈ້ງ, ມີໄຫວພິບຕາມແຕ່ລະປີ.
ການພັດທະນາ AI ແມ່ນການເດີນທາງໄລຍະຍາວ, ສິ່ງທ້າທາຍຫຼາຍຢ່າງ, ຮຽກຮ້ອງໃຫ້ມີວິໄສທັດຍຸດທະສາດ ແລະຄວາມສາມາດຮ່ວມສຳພັນທົ່ວໂລກ, ພິເສດແມ່ນການເອົາໃຈໃສ່ກ່ຽວກັບກົນໄກ, ນະໂຍບາຍສະດວກຈາກທາງອໍານາດການປົກຄອງ ກໍ່ຄືການຮ່ວມເດີນທາງ ແລະຄວາມຄາດຫວັງປ່ຽນແປງໃໝ່ປະດິດສ້າງຢ່າງບໍ່ຢຸດຢັ້ງຂອງປະຊາຄົມວິສາຫະກິດໜຸ່ມ. ເພື່ອກາຍເປັນສູນເຕັກໂນໂລຢີສູງຂອງທົ່ວປະເທດດ້ວຍຈຸດສຸມແມ່ນ Semiconductor chip, AI, ຕາມເປົ້າໝາຍວາງອອກຢູ່ບົດສະຫຼຸບເລກທີ 79-KL/TW ວັນທີ 13 ພຶດສະພາ 2024 ຂອງກົມການເມືອງກ່ຽວກັບການສືບຕໍ່ປະຕິບັດມະຕິ ເລກທີ 43-NQ/TW ຂອງກົມການເມືອງ ຊຸດທີ XII ວ່າດ້ວຍການສ້າງສາ ແລະພັດທະນານະຄອນດ່ານັງ ຮອດປີ 2030, ວິໄສທັດຮອດປີ 2045, ທ່ານ ໂຮ່ກີ່ມິງ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນ ນະຄອນດ່ານັງ, ຢັ້ງຢັນວ່າ: “ນະຄອນພວມສຸມໃສ່ຍູ້ແຮງການຫັນປ່ຽນດີຈີຕອນ ແລະພັດທະນາການນໍາໃຊ້ AI ໃນບັນດາຂົງເຂດສາທາລະນະສຸກ, ການສຶກສາ, ການທ່ອງທ່ຽວ, ການບໍລິການບໍລິຫານພາກລັດ ແລະນະຄອນອັດສະລິຍະ,... ອໍານາດການປົກຄອງນະຄອນດ່ານັງ ໃຫ້ຄໍາໝັ້້ນສັນຍາວ່າ ຈະສືບຕໍ່ຮ່ວມເດີນທາງ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດ, ນັກຄົ້ນຄວ້າຮ່ວມແຮງຮ່ວມໃຈພ້ອມກັນພັດທະນາລະບົບນິເວດ AI ຢ່າງຮອບດ້ານ, ຍືນຍົງ”.
ໂດຍ: ໄຊນີດາ