ງານໂຮມຊຸມນຸມຕອບສະໜອງວັນສິ່ງແວດລ້ອມໂລກ
ກປ.ອອນໄລ - ວັນທີ 1 ມິຖຸນາ, ຢູ່ນະຄອນຮະລອງ (ແຂວງກວ໋າງນິງ), ກະຊວງກະສິກໍາ ແລະສິ່ງແວດລ້ອມ ໄດ້ສົມທົບກັບຄະນະກໍາມະການປະຊາຊົນແຂວງກວ໋າງນິງ ຈັດຕັ້ງພິທີໂຮມຊຸມນຸມຕອບສະໜອງວັນສິ່ງແວດລ້ອມໂລກ (ວັນທີ 5 ມິຖຸນາ) ແລະເດືອນກະທໍາເພື່ອສິ່ງແວດລ້ອມ ປີ 2025.
    |
 |
ທ່ານ ເລກົງແທັ່ງ ຮອງລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ ກ່າວຄຳເຫັນທີ່ພິທີໂຮມຊຸມນຸມ. ພາບ: qdnd.vn |
ທີ່ພິທີ, ຫຼາຍຂອງຂວັນທີ່ມີຄວາມໝາຍໄດ້ມອບໃຫ້ແນໃສ່ແຜ່ຂະຫຍາຍຈິດໃຈ “ຊີວິດສີຂຽວ” ແລະຮຽກຮ້ອງປະຊາຄົມຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ, ລະບົບຊີວະພາບທະເລ. ພິເສດ, ກໍາປັ່ນທ່ອງທ່ຽວຢູ່ອ່າວຮະລອງ ໄດ້ມອບຂອງຂວັນຊຸດຜະລິດຕະພັນແກ້ວແນໃສ່ປຸກລະດົມຂະບວນການຈໍາກັດການນຳໃຊ້ຢາງພຽງຄັ້ງດຽວ - ການກະທໍາແທດຈິງປະກອບສ່ວນຫຼຸດຜ່ອນມົນລະພິດຢູ່ມະຫາສະໝຸດ.
ກໍ່ທີ່ພິທີຍັງໄດ້ມີຮ້ານວາງສະແດງ, ແນະນຳບັນດາຮູບແບບຜະລິດຄືນໃໝ່, ຫຼຸດຜ່ອນຂີ້ເຫຍື້ອຢາງ, ຄື: ຜະລິດຂີ້ເຫຍື້ອຢາງຄືນໃໝ່, ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມຕິດພັນກັບການຫາເງິນລ້ຽງຊີບຊຸມຊົນ (ສະຫະພັນແມ່ຍິງຫວຽດນາມ ແຂວງກວ໋າງນິງ); ແນະນຳບັນດາຜະລິດຕະພັນຜະລິດຄືນໃໝ່ປະດິດສ້າງ, ມາດຕະການເສດຖະກິດໝູນວຽນໃນການບຳບັດຂີ້ເຫຍື້ອໃນຄົວເຮືອນ (ສະຫະກອນ Green Life ຮະລອງ); ຮູບແບບ “ສົ່ງຂີ້ເຫຍື້ອເປັນເງິນສົດ” ທີ່ເປັນເອກະລັກສະເພາະ, ຕິດກັບຄວາມຮັບຜິດຊອບຂອງສັງຄົມໃນການເກັບໂຮມ, ແບ່ງປະເພດ, ບຳບັດຂີ້ເຫຍື້ອຢາງ (ບໍລິສັດຫຸ້ນສ່ວນຊີມັງ ແລະກໍ່ສ້າງ ກວ໋າງນິງ)...
ໂດຍ: ເຈິ່ນຮວ່ຽນ