3 ນະຄອນຂອງ ຫວຽດນາມ ລື່ນຂັ້ນໃນແຜນທີ່ startup ທົ່ວໂລກ
ຕາມບົດລາຍງານ, ດັດຊະນີ startup ທົ່ວໂລກ 2025 ຂອງ StartupBlink, ຫວຽດມາມ ຢືນອັນດັບທີ 55, ເລື່ອນ 1 ຂັ້ນເມື່ອທຽບໃສ່ປີ 2024 ແລະແມ່ນປີທີ 3 ຢ່າງລ້ຽນຕິດໄດ້ເລື່ອນຂັ້ນ.
    |
 |
ພາບປະກອບຄັດຈາກ: baochinhphu.vn |
ນີ້ແມ່ນການຕີລາຄາລວມຂອງບັນດານັກຊ່ຽວຊານທີ່ກອງປະຊຸມສຳມະນາທາງໄກປະກາດດັດຊະນີ startup 2025 ຂອງຫວຽດນາມ, ໂດຍກົມ startup ແລະວິສາຫະກິດເຕັກໂນໂລຊີ (ຂຶ້ນກັບກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ) ສົມທົບກັບ StartupBlink (ແມ່ນໜຶ່ງໃນບັນດາອົງການຈັດຕັ້ງແຖວໜ້າໂລກໃນຂົງເຂດສ້າງແຜນທີ່ ແລະຕີລາຄາລະບົບຊີວະພາບ startup ທົ່ວໂລກ) ຈັດຂຶ້ນຫວ່າງມໍ່ໆມານີ້.
ຕາມບົດລາຍງານ, ດັດຊະນີ startup ທົ່ວໂລກ 2025 ຂອງ StartupBlink, ຫວຽດມາມ ຢືນອັນດັບທີ 55, ເລື່ອນ 1 ຂັ້ນເມື່ອທຽບໃສ່ປີ 2024 ແລະແມ່ນປີທີ 3 ຢ່າງລ້ຽນຕິດໄດ້ເລື່ອນຂັ້ນ. ດ້ວຍການຢືນອັນດັບນີ້, ຫວຽດນາມ ໄດ້ຮັກສາອັນດັບທີ 5 ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ບົດລາຍງານຮັບຮູ້ການຫັນປ່ຽນຢ່າງຕັ້ງໜ້າ ແລະບຸກທະລຸຂອງ 3 ສູນ startup ໃຫຍ່ຢູ່ຫວຽດນາມ. ເປັນຄັ້ງທຳອິດນະຄອນໂຮ່ຈີມິນ ນອນໃນ top 5 ຂອງລະບົບ startup ອາຊີຕາເວັນອອກສ່ຽງໃຕ້, ຢືນອັນດັບທີ 110 ທົ່ວໂລກ, ສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ຮ່າໂນ້ຍ ໄດ້ເລື່ອນ 9 ຂັ້ນ, ຢືນອັນດັບທີ 148; ໃນຂະນະນັ້ນ, ດ່ານັ້ງ ໄດ້ສ້າງຄວາມປະທັບໃຈຢ່າງແຮງທີ່ສຸດເມື່ອໄດ້ເລື່ອນ 130 ຂັ້ນ, ຢືນອັນດັບທີ 766, ກາຍເປັນທ້ອງຖິ່ນມີລະດັບເຕີບໂຕໄວທີ່ສຸດຂອງຫວຽດນາມ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ