ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານ ເລຫາຍບິ່ງ ຮອງລັດຖະມົນຕີຜູ້ປະຈໍາກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ໄດ້ຕີລາຄາສູງສະຖາບັນສື່ມວນຊົນ ແລະໂຄສະນາ ໄດ້ຈັດຕັ້ງກອງປະຊຸມສໍາມະນາສາກົນດ້ວຍຫົວຂໍທີ່ມີຄວາມໝາຍສົດໆຮ້ອນໆ, ໃນຂະນະທີ່ປັນຍາປະດິດ (AI) ພວມພັດທະນາຢ່າງແຂງແຮງ ແລະວາງອອກຫຼາຍບັນຫາໃໝ່ໃຫ້ແກ່ຂົງເຂດສື່ມວນຊົນ ແລະໂຄສະນາ. ທ່ານຮອງລັດຖະມົນຕີ ເລຫາຍບິ່ງ ເນັ້ນໜັກເຖິງບົດບາດສຳຄັນຂອງສື່ມວນຊົນໃນການປົກປັກຮັກສາພື້ນຖານອຸດົມການຂອງພັກ, ກໍານົດທິດຫາກສຽງສັງຄົມ ແລະຖືວ່າ ວຽກງານຄຸ້ມຄອງສື່ມວນຊົນໃນສະພາບການ AI ຕ້ອງມີວິທີເຂົ້າເຖິງທີ່ຮອບດ້ານ, ລະຫວ່າງບັນດາຂະແໜງກັບກັນ ແລະໄຫວພິບຄ່ອງຕົວ.

leftcenterrightdel
ຜູ້ແທນຖ່າຍຮູບລວມ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານ ເຢືອງຈຸງອີ ຮອງຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ເນັ້ນໜັກວ່າ: ສື່ມວນຊົນບໍ່ສາມາດຢືນຢູ່ນອກທ່າອ່ຽງເຕັກໂນໂລຊີ ແລະການເປັນເຈົ້າການ AI ຕ້ອງໄດ້ຮັບການກໍານົດທິດຢ່າງຈະແຈ້ງ, ສອດຄ່ອງເພື່ອຮັບໃຊ້ໃຫ້ແກ່ພາລະກິດສ້າງສາ ແລະປົກປັກຮັກສາປະເທດຢ່າງມີປະສິດທິຜົນ, ປະກອບສ່ວນຍົກສູງປະສິດທິຜົນການໂຄສະນານະໂຍບາຍ ແລະຮັກສາພື້ນຖານອຸດົມການຂອງພັກ.

ນີ້ແມ່ນກອງປະຊຸມສໍາມະນາສາກົນຄັ້ງທີ 10 ໃນຂອບເຂດການຮ່ວມມືລະຫວ່າງສະຖາບັນສື່ມວນຊົນ ແລະໂຄສະນາ ກັບ KOICA. ກອງປະຊຸມສໍາມະນາຄັ້ງນີ້ລວມມີ 2 ວາລະປຶກສາຫາລືໂດຍມີການເຂົ້າຮ່ວມຂອງນັກບັນລະຍາຍທີ່ມີຊື່ສຽງຫຼາຍຄົນຂອງຫວຽດນາມ ແລະ ສ. ເກົາຫຼີ ດ້ວຍຫົວຂໍ້, ຄື: ສ້າງສະພາບແວດລ້ອມແຫ່ງການພັດທະນາສື່ມວນຊົນ ແລະໂຄສະນາ ໃນສະພາບການພັດທະນາເຕັກໂນໂລຊີ AI; ໝູນໃຊ້ກຳລັງແຮງຂອງ AI ເພື່ອຊຸກຍູ້ການພັດທະນາສື່ມວນຊົນຫວຽດນາມ ໃນສັງກາດດີຈີຕອນ...

ໂດຍ: ຈາງຫງວຽນ