ຕອນເຊົ້າວັນທີ 22 ພຶດສະພາ, ຢູ່ສູນກອງປະຊຸມ Tavricheski, ທ່ານ ເລມິງຮວານ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມໃຫຍ່ນິເວດສາກົນ Nevsky ຄັ້ງທີ 11.

leftcenterrightdel
ທ່ານ ເລມິງຮວານ ຮອງປະທານສະພາແຫ່ງຊາດຫວຽດນາມ ນຳໜ້າຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມໃຫຍ່ນິເວດສາກົນ Nevsky ຄັ້ງທີ 11 ຢູ່ Saint Petersburg, ສະຫະພັນລັດເຊຍ. ພາບ: ສະພາແຫ່ງຊາດຫວຽດນາມ

ໃນວັນເຮັດວຽກທຳອິດຂອງກອງປະຊຸມໃຫຍ່, ບັນດາຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມບັນດາວາລະປະຊຸມປຶກສາຫາລືຢ່າງຕັ້ງໜ້າ, ແບ່ງປັນທັດສະນະ, ນະໂຍບາຍໃໝ່ກ່ຽວກັບນິເວດ - ສິ່ງແວດລ້ອມ, ທ່າອ່ຽງເຕັກໂນໂລຊີ ກໍ່ຄືຮູບແບບການຄຸ້ມຄອງນິເວດທີ່ກ້າວໜ້າ, ຊຸກຍູ້ການຮ່ວມມືສາກົນ ແລະສົມທົບກັນກະທໍາມເພື່ອສິ່ງແວດລ້ອມນິເວດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການປະຈຸບັນ.

ໃນວັນດຽກວັນ, ທ່ານ ເລມິງຮວານ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ Andrey Yatskin ຮອງປະທານຜູ້ທີໜຶ່ງສະພາສະຫະພັນ ສະພາແຫ່ງຊາດສະຫະພັນລັດເຊຍ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ເພື່ອການຮ່ວມມືກັບຫວຽດນາມ ຂອງສະພາສະຫະພັນ. ທ່ານ ເລມິງຮວານ ສືບຕໍ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍ, ຖື ລັດເຊຍ ແມ່ນໜຶ່ງໃນບັນດາບຸລິມະສິດອັນດັບໜຶ່ງໃນນະໂຍບາຍການພົວພັນຕ່າງປະເທດ. ທ່ານ ເລມິງຮວານ ໄດ້ຕີລາຄາສູງຄວາມໝາຍ ແລະຫົວຂໍ້ຂອງກອງປະຊຸມໃຫຍ່, ໄດ້ສ່ອງແສງໃຫ້ເຫັນບັນດາບັນຫາອັນຮີບດ່ວນຂອງທົ່ວໂລກໃນປະຈຸບັນ ແລະຕ້ອງມີການຮ່ວມແຮງຮ່ວມໃຈຂອງຫຼາຍປະເທດໃນການແກ້ໄຂບັນຫາສິ່ງແວດລ້ອມທົ່ວໂລກຢ່າງມີປະສິດທິຜົນ.

ໂດຍ: ຈາງຫງວຽນ