ມະຕິເລກທີ 57-NQ/TW ຂອງກົມການເມືອງ ວ່າດ້ວຍການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນເປັນດີຈີຕອນແຫ່ງຊາດ ບໍ່ພຽງແຕ່ແມ່ນເຂັມທິດໃຫ້ແກ່ການພັດທະນາພື້ນຖານເສດຖະກິດພູມປັນຍາ ເທົ່ານັ້ນ, ຫາກຍັງເປີດກາລະໂອກາດຫັນວັດທະນະທຳຫວຽດນາມ ເປັນສາກົນ, ຫັນວັດທະນະທຳໂລກເປັນຫວຽດນາມ ຜ່ານສະພາບແວດລ້ອມດີຈີຕອນ.
ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ດ້ວຍຄວາມຄາດຫວັງຢາກບືນຕົວຂຶ້ນຢ່າງແຂງແຮງ ເພື່ອຢັ້ງຢືນທີ່ຕັ້ງຂອງຕົນໃນເວທີສາກົນ. ໃນນັ້ນວັດທະນະທຳໄດ້ ແລະພວມແມ່ນແຫຼ່ງກຳລັງແຮງພາຍໃນໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດ, ທັງເປັນຂົວຕໍ່ມິດຕະພາບ ແລະການຮ່ວມມືລະຫວ່າງຫວຽດນາມ ແລະເພື່ອນມິດສາກົນໃນສະພາບການເຊື່ອມໂຍງ ແລະການຮ່ວມມືສາກົນນັບມື້ນັບເລິກເຊິ່ງກວ້າງຂວາງ.
ພື້ນຖານໂຄງລ່າງດີຈີຕອນ: ພື້ນຖານໃຫ້ແກ່ການປະດິດສ້າງ ແລະແຜ່ຂະຫຍາຍວັດທະນະທໍາຫວຽດນາມ
ຕາມທ່ານ ຮສຈ.ປອ ບຸ່ຍຮວ່າຍເຊີນ, ກຳມະການຜູ້ປະຈຳການກຳມາທິການວັດທະນະທຳ ແລະການສຶກສາຂອງສະພາແຫ່ງຊາດແລ້ວ, ການຫັນເປັນດີຈີຕອນບໍ່ພຽງແຕ່ແມ່ນເຄື່ອງມືອະນຸລັກຮັກສາເທົ່ານັ້ນ, ຫາກຍັງແມ່ນຂໍກຸນແຈ ເພື່ອເຜີຍແຜ່ວັດທະນະທຳຢ່າງກວ້າງຂວາງ ແລະເລິກເຊິ່ງກວ່າອີກ.
    |
 |
ສູນອະນຸລັກຮັກສາປູຊະນີຍະສະຖານ ກຸງເກົ່າເຫວ້ ນໍາໃຊ້ເຕັກໂນໂລຊີຮັບໃຊ້ແຂກຢ້ຽມຊົມຢູ່ຕາມສະຖານທີ່ປູຊະນີຍະສະຖານ. ພາບ: VOV |
ມະຕິເລກທີ 57-NQ/TW ຂອງກົມການເມືອງ ວ່າດ້ວຍການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນເປັນດີຈີຕອນແຫ່ງຊາດ ໄດ້ກຳນົດວ່າ ຕ້ອງຍູ້ແຮງການຫັນເປັນດີຈີຕອນເພື່ອພັດທະນາອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທີງ, ການສ້າງ ແລະພັດທະນາຜະລິດຕະພັນວັດທະນະທຳດີຈີຕອນທີ່ມີຄຸນນະພາບສູງ, ຊຸກຍູ້ການກໍ່ສ້າງຖານຂໍ້ມູນກ່ຽວກັບວັດທະນະທໍາ, ມໍລະດົກວັດທະນະທໍາ.
ທ່ານ ຮສຈ.ປອ ບຸ່ຍຮວ່າຍເຊີນ ຖືວ່າ “ການຫັນວັດທະນະທໍາເປັນສາກົນນັ້ນບໍ່ພຽງແຕ່ແມ່ນການໂຄສະນາພາບພົດເທົ່ານັ້ນ, ຫາກຍັງແມ່ນຂະບວນວິວັດແຫ່ງການຢັ້ງຢືນທີ່ຕັ້ງຂອງປະເທດໃນແຜນທີ່ໂລກດ້ວຍຄວາມເລິກຂອງປະຫວັດສາດ, ຂອງມູນເຊື້ອ ແລະສີສັນຂອງຊາດ. ເມື່ອປະເທດໜຶ່ງສາມາດເວົ້າກັບໂລກດ້ວຍພາສາວັດທະນະທຳແທນທີ່ຈະໃຊ້ໄດ້ພຽງແຕ່ດ້ານເສດຖະກິດ ຫຼື ການເມືອງນັ້ນແມ່ນເມື່ອປະເທດນັ້ນມີຄວາມຈະເລີນເຕີບໂຕ ແລະມີກໍາລັງແຮງພາຍໃນທີ່ເຂັ້ມແຂງຢ່າງພຽງພໍ ແລະມີຂະໜາດ”.
ການປັບຕົວໃນຄວາມຫຼາກຫຼາຍ
ຕາມທ່ານ ຮສຈ.ປອ ບຸ່ຍຮວ່າຍເຊີນ ແລ້ວ, ຢູ່ດ້ານກົງກັນຂ້າມ, ກໍຜ່ານເຕັກໂນໂລຊີ, ການຫັນເອົາວັດທະນະທຳສາກົນມາເປັນຫວຽດນາມ ແມ່ນການສ່ອງແສງໃຫ້ເຫັນຈິດໃຈເຄົາລົບສ້າງສັນ, ເປີດອົກເປີດໃຈ ແລະເປັນເຈົ້າການໃນການຮ່ຳຮຽນ, ແມ່ນເງື່ອນໄຂເພື່ອໃຫ້ປະເທດໜຶ່ງທັງເຊື່ອມໂຍງປະສົບຜົນສໍາເລັດທັງຮັກສາໄດ້ສີສັນສະເພາະ.
    |
 |
ທ່ານ ຮສຈ.ປອ ບຸ່ຍຮວ່າຍເຊີນ, ສະມາຊິກສະພາແຫ່ງຊາດ ຊຸດທີ XV, ກໍາມະການຜູ້ປະຈໍາການກໍາມາທິການວັດທະນະທໍາ, ການສຶກສາຂອງສະພາແຫ່ງຊາດ. ພາບ: VOV |
ຫວຽດນາມ ມີພື້ນຖານວັດທະນະທຳນັບຫຼາຍພັນປີໃນປະຫວັດສາດ, ມີ 54 ຊົນເຜົ່າອ້າຍນ້ອງ ແລະຄັງສາງມໍລະດົກທີ່ອຸດົມສົມບູນ. ຫວຽດນາມ ກໍມີລຸ້ນໜຸ່ມທີ່ນັບມື້ນັບຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະມີຈິນຕະນາການຢູ່ທົ່ວໂລກ, ຮູ້ຄັດເລືອກເອົາສິ່ງທີ່ຍອດຢ້ຽມ ແລະກ້າວໜ້າ, ນຳໃຊ້ເຕັກໂນໂລຊີເພື່ອຮັບໃຊ້ການພັດທະນາພາຍໃນປະເທດ. ຍ້ອນເຫດນັ້ນ, ຫວຽດນາມ ຈຶ່ງຮັກສາໄດ້ສີສັນສະເພາະຂອງຕົນ, ທັງເປີດກວ້າງຂົງເຂດວັດທະນະທຳ ແລະຈິນຕະນາການ, ເຮັດໃຫ້ແຫຼ່ງກຳລັງປະດິດສ້າງອຸດົມສົມບູນຂຶ້ນຕື່ມ.
"ການຮັບເອົາສິ່ງຍອດຢ້ຽມຂອງວັດທະນະທຳໂລກຢ່າງມີການເລືອກເຟັ້ນ ຊ່ວຍໃຫ້ຊີວິດວັດທະນະທຳພາຍໃນປະເທດມີຄວາມອຸດົມສົມບູນຂຶ້ນຕື່ມ, ຊ່ວຍໃຫ້ລຸ້ນໜຸ່ມເປີດກວ້າງວິໄສທັດ, ເປີດກວ້າງການເຂົ້າເຖິງມາດຕະຖານທົ່ວໂລກ ໂດຍບໍ່ເສຍພື້ນຖານທີ່ເປັນມູນເຊື້ອ. ຂ້າພະເຈົ້າ ຄິດວ່ານັ້ນແມ່ນວິທີທີ່ພວກເຮົາສ້າງສັງຄົມທີ່ຮູ້ສົນທະນາ, ຮູ້ຮັບຟັງ ແລະຮູ້ປັບຕົວໃນຄວາມຫຼາກຫຼາຍ".
ການຫັນວັດທະນະທຳຫວຽດນາມ ເປັນສາກົນ ແລະການຫັນວັດທະນະທໍາສາກົນເປັນຫວຽດນາມ ຈະນໍາໂລກຫຍັບເຂົ້າໃກ້ກັບຫວຽດນາມ ແລະນຳຫວຽດນາມ ອອກສູ່ໂລກຢ່າງແຂງແຮງກວ່າ. ສິ່ງນີ້ໄດ້ຮັບການໜູນຊ່ວຍຢ່າງແຂງແຮງຈາກເຕັກໂນໂລຊີ ແລະການຫັນເປັນດີຈີຕອນ, ໃນນັ້ນ, ມະຕິເລກທີ 57 ສວມບົດບາດສໍາຄັນຍິ່ງ.
ໂດຍ: ໄຊຊະນະ