ກອງປະຊຸມສໍາມະນາໄດ້ຈັດຂຶ້ນແບບເຊິ່ງໜ້າ ແລະທາງໄກກັບທະນາຄານແຫ່ງລັດບັນດາພາກພື້ນ. ທ່ານ ປອ ດ່າວມິງຕຸ, ຮອງຜູ້ວ່າການຜູ້ປະຈໍາທະນາຄານແຫ່ງລັດຫວຽດນາມ ເປັນປະທານກອງປະຊຸມສໍາມະນາ.

ຕາມທ່ານ ດ່າວມິງຕຸ ແລ້ວ, “ການເຕີບໂຕສີຂຽວບໍ່ພຽງແຕ່ແມ່ນການຄັດເລືອກເທົ່ານັ້ນ, ຫາກຍັງໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງບັນດາປະເທດ, ພິເສດແມ່ນບັນດາປະເທດພວມພັດທະນາຄືຫວຽດນາມ ອີກດ້ວຍ. ສະນັ້ນ, ການຫັນໄປສູ່ຮູບແບບການເຕີບໂຕສີຂຽວ, ພັດທະນາເສດຖະກິດຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນບໍ່ພຽງແຕ່ແມ່ນທ່າອ່ຽງທີ່ຈຳເປັນຢ່າງເດັດຂາດເທົ່ານັ້ນ ຫາກຍັງແມ່ນເສັ້ນທາງສັ້ນທີ່ສຸດເພື່ອໃຫ້ຫວຽດນາມ ມຸ່ງໄປເຖິງອະນາຄົດແບບຍືນຍົງ ແລະວັດທະນາຖາວອນ.”

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ງອກລີ

ກອງປະຊຸມສຳມະນາ ກໍ່ໄດ້ດຶງດູດການເຂົ້າຮ່ວມຂອງບັນດາອົງການການເງິນເຢຍລະມັນ, ແບ່ງປັນບົດຮຽນສາກົນໃນການຜັນຂະຫຍາຍການເງິນສີຂຽວ ແລະບົດຮຽນຂອງເຢຍລະມັນ ໃນການເຂົ້າເຖິງແຫຼ່ງການເງິນສີຂຽວ, ຈາກແງ່ມູມການເງິນພັດທະນາ, ການເງິນພາກລັດ ແລະຊຸກຍູ້ການພັດທະນາພາກເອກະຊົນ.

ໃນໄລຍະຈະມາເຖິງ, ບົນພື້ນຖານປະຕິບັດຢ່າງໃກ້ສິດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ, ຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວ ແລະໜ້າທີ່ທີ່ໄດ້ຮັບມອບໝາຍໃນໂຄງການ, ຍຸດທະສາດ, ແຜນການກະທໍາກ່ຽວກັບການເຕີບໂຕສີຂຽວ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບການຍູ້ແຮງການປະຕິບັດຍຸດທະສາດແຫ່ງຊາດ ກ່ຽວກັບການເຕີບໂຕສີຂຽວ, ທະນາຄານແຫ່ງລັດຫວຽດນາມ ຈະສືບຕໍ່ປະຕິບັດບັນດາມາດຕະການ, ນະໂຍບາຍເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຂອງທະນາຄານ ມຸ່ງໄປເຖິງເປົ້າໝາຍເຕີບໂຕສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ໂດຍ: ຈາງຫງວຽນ