ຫຼຸດຜ່ອນອາກອນມູນຄ່າເພີ່ມເພື່ອແນໃສ່ກະຕຸກຊຸກຍູ້ການບໍລິໂພກ, ຊຸກຍູ້ການເຕີບໂຕເສດຖະກິດ
ກປ.ອອນໄລ - ຮ່າງມະຕິໄດ້ກຳນົດຂອບຂະໜາດໝູນໃຊ້ລວມມີ: ຫຼຸດຜ່ອນ 2% ອາກອນມູນຄ່າເພີ່ມ, ໝູນໃຊ້ສຳລັບບັນດາໝວດສິນຄ້າ, ການບໍລິການທີ່ພວມຖືກຈັດວາງລະດັບພາສີແມ່ນ 10%.
ຕອນບ່າຍວັນທີ 21 ພຶດສະພາ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 15 ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການຫຼຸດຜ່ອນອາກອນມູນຄ່າເພີ່ມ.
    |
 |
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 15 ໄດ້ປຶກສາຫາລືຢູ່ໜ່ວຍ. ພາບ: vov |
ຮ່າງມະຕິໄດ້ກຳນົດຂອບຂະໜາດໝູນໃຊ້ລວມມີ: ຫຼຸດຜ່ອນ 2% ອາກອນມູນຄ່າເພີ່ມ, ໝູນໃຊ້ສຳລັບບັນດາໝວດສິນຄ້າ, ການບໍລິການທີ່ພວມຖືກຈັດວາງລະດັບພາສີແມ່ນ 10%, ຍົກເວັ້ນໝວດສິນຄ້າ, ບໍລິການ, ຄື: ໂທລະໂຄມມະນາຄົມ, ການເຄື່ອນໄຫວດ້ານການເງິນ, ທະນາຄານດ ຕະຫຼາດຫຼັກຊັບ, ປະກັດໄພ, ທຸລະກິດອະສັງຫາລິມະຊັບ, ຜະລິດຕະພັນໂລຫະ, ຜະລິດຕະພັນຂຸດຄົ້ນແຮ່ທາດ (ຍົກເວັນຖ່າຍຫີນ), ຜະລິດຕະພັນ ແລະການບໍລິການຕ້ອງເສຍພາສີອາກອນຈຳໜ່າຍແບບພິເສດ (ຍົກເວັ້ນ ແອຊັງ). ເວລາໝູນໃຊ້ແຕ່ວັນທີ 1 ກໍລະກົດ 2025 ຈົນຮອດວັນທີ 31 ທັນວາ 2025.
ໂດຍ: ກວຽດເຕິມ