leftcenterrightdel
ທ່ານພົນຈັດຕະວາ ດວ່ານຊວນໂບ້ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນ ກ່າວຄໍາເຫັນທີ່ກອງປະຊຸມຂ່າວ. ພາບ: qdnd.vn

ການແຂ່ງຂັນຂຽນ “ປົກປ້ອງພື້ນຖານແນວຄິດຂອງພັກໃນສະພາບການໃໝ່” ຄັ້ງທີ 4 ມີການເຂົ້າຮ່ວມຂອງບົດຂຽນ 500 ກວ່າບົດທີ່ມາຈາກ 50 ກວ່າອົງການສື່ມວນຊົນໃນທົ່ວປະເທດ; ໃນນັ້ນມີ 45% ແມ່ນບົດຂຽນຂອງນັກຂ່າວ; 55% ແມ່ນບົດຂຽນຂອງນັກຊ່ຽວຊານ, ນັກວິທະຍາສາດ, ນາຍພົນ, ການນໍາ, ຜູ້ບັນຊາການບັນດາອົງການ, ກົມກອງ, ທ້ອງຖິ່ນ. ບັນດາບົດຂຽນໄດ້ປະຕິບັດຕາມຫົວຂໍ້, ກົດກະຕິກາ, ເຕ້ື້ອງເຖິງເນື້ອໃນກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກໃນສະພາບການໃໝ່ຕາມເນື້ອໃນຈິດໃຈມະຕິເລກທີ 35-NQ/TW ລົງວັນທີ 22 ຕຸລາ 2018 ຂອງກົມການເມືອງ ຊຸດທີ XII ຢ່າງຮອບດ້ານ ແລະອຸດົມສົມບູນ.

leftcenterrightdel
ທ່ານພັນເອກພິເສດ ເລຫງັອກລອງ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ, ຮອງຫົວໜ້າຜູ້ປະຈໍາກາຄະນະຈັດຕັ້ງ ນໍາສະເໜີເນື້ອໃນການສະຫຼຸບ, ມອບລາງວັນ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນຈັດຕະວາ ດວ່ານຊວນໂບ້ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນ ເນັ້ນໜັກວ່າ ຜ່ານການແຂ່ງຂັນຄັ້ງທີ 4 ສາມາດເຫັນໄດ້ວ່າ ການແຂ່ງຂັນໄດ້ມີກໍາລັງແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ; ສືບຕໍ່ໄດ້ຮັບຄວາມສົນໃຈ, ຕອບສະໜອງຢ່າງແຂງແຮງ, ການເຂົ້າຮ່ວມຢ່າງຕັ້ງໜ້າຈາກອົງການ, ກົມກອງ, ນັກຊ່ຽວຊານ, ນັກວິທະຍາສາດ, ນາຍພົນ, ພະນັກງານນໍາພາ, ຄຸ້ມຄອງ, ຄູອາຈານ, ນັກຂ່າວ... ໃນທົ່ວປະເທດ. ສິ່ງທີ່ໜ້າຊົມເຊີຍແມ່ນຄຸນນະພາບຂອງບົດຂຽນເຂົ້າຮ່ວມນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ຮັດແຄບໄລຍະຫ່າງລະຫວ່າງກຸ່ມສື່ມວນຊົນຂັ້ນສູນກາງ, ກຸ່ມວາລະສານ, ກຸ່ມສື່ມວນຊົນທ້ອງຖິ່ນ.

leftcenterrightdel
 
leftcenterrightdel
ຜູ້ແທນ ແລະພະນັກງານ, ນັກຂ່າວບັນດາອົງການສື່ມວນຊົນເຂົ້າຮ່ວມກອງປະຊຸມຊ່າວ. ພາບ: qdnd.vn

ສະພາການປະກວດຮອບສຸດທ້າຍ ໄດ້ເຫັນດີເປັນເອກະພາບຄັດເລືອກ 30 ບົດຂຽນດີເດັ່ນ ເພື່ອຍື່ນສະເໜີຄະນະຈັດຕັ້ງ ຕົກລົງມອບ 3 ປະເພດລາງວັນ, ລວມມີ: ລາງວັນສໍາລັບສື່ມວນຊົນຂັ້ນສູນກາງ; ລາງວັນສໍາລັບທ້ອງຖິ່ນ; ລາງວັນສໍາລັບວາລະສານ; ລະອຽດ, ມີ:  3 ລາງວັນປະເພດ A, 6 ລາງວັນ ປະເພດ B, 9 ລາງວັນປະເພດ C ແລະ 12 ລາງວັນຊົມເຊີຍ. ຄະນະຈັດຕັ້ງ ກໍຍ້ອງຍໍຊົມເຊີຍ 3 ກົມກອງລວມໝູ່ສື່ມວນຊົນທີ່ມີຫຼາຍບົດຂຽນທີ່ມີຄຸນນະພາບສູງເຂົ້າຮ່ວມການແຂ່ງຂັນ.

leftcenterrightdel
 
leftcenterrightdel
 
leftcenterrightdel
ຜູ້ແທນ, ນັກຂ່າວ ແລກປ່ຽນທີ່ກອງປະຊຸມຂ່າວ. ພາບ: qdnd.vn

ທີ່ກອງປະຊຸມ, ຕາງໜ້າບັນດາຜູ້ຂຽນ ລ້ວນແຕ່ຕີລາຄາສູງການແຂ່ງຂັນຂຽນ “ປົກປ້ອງພື້ນຖານແນວຄິດຂອງພັກໃນສະພາບການໃໝ່” ໂດຍໜັງສືພິມກອງທັບປະຊາຊົນ ເປັນຜູ້ລິເລີ່ມ, ເປັນປະທານສົມທົບກັນຈັດຕັ້ງ.

ຂອບໃຈຜູ້ແທນ, ນັກຂ່າວຂອງບັນດາອົງການສື່ມວນຊົນ ໄດ້ເຂົ້າຮ່ວມ, ແລກປ່ຽນທີ່ກອງປະຊຸມຂ່າວ, ທ່ານພົນຈັດຕະວາ ດວ່ານຊວນໂບ້ ສະແດງຄວາມຫວັງວ່າ ການແຂ່ງຂັນຂຽນ  “ປົກປ້ອງພື້ນຖານແນວຄິດຂອງພັກ ໃນສະພາບການໃໝ່” ຄັ້ງທີ 5 ຈະສືບຕໍ່ໄດ້ຮັບການເຂົ້າຮ່ວມຢ່າງຕັ້ງໜ້າກວ່າອີກຈາກບັນດາອົງການ, ກົມກອງ, ຜູ້ຂຽນ ແລະເພື່ອນຮ່ວມງານໃນທົ່ວປະເທດ. ຜ່ານນັ້ນປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມຮັບຮູ້ຂອງປະຊາຊົນທຸກຊັ້ນວັນນະກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກໃນສະພາບການໃໝ່; ພ້ອມກັນນັ້ນ, ສ້າງຊ່ອງທາງຂໍ້ມູນຂ່າວສານທີ່ມີປະໂຫຍດກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກຕື່ມອີກ.

ໂດຍ: ໄຊຊະນະ