ໄຂງານວາງສະແດງສາກົນ VINAMAC EXPO 2025
VINAMAC EXPO 2025 ໄດ້ແນະນຳ ແລະວາງສະແດງເຕັກໂນໂລຢີ, ຜະລິດຕະພັນກ້າວໜ້າໃນຂົງເຂດເຄື່ອງຈັກ, ກົນຈັກ, ພາຫະນະອຸປະກອນອຸດສາຫະກຳ, ເຕັກໂນໂລຢີຈອດຕັດ, ຜະລິດສິ້ນສ່ວນໂລຫະ, ອຸປະກອນຂຸດຄົ້ນແຮ່ທາດ ແລະບໍ່ແຮ່… ຂອງ ຫວຽດນາມ ແລະສາກົນ.
ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີໄຂງານວາງສະແດງສາກົນກ່ຽວກັບພາຫະນະເຄື່ອງຈັກ, ອຸປະກອນ, ເຕັກໂນໂລຢີ ແລະຜະລິດຕະພັນອຸດສາຫະກຳຄັ້ງທີ 21 – VINAMAC EXPO 2025 ແລະບັນດາຫົວເລື່ອງ. ເຫດການດັ່ງກ່າວໂດຍບໍລິສັດຫຸ້ນສ່ວນ ງານຕະຫຼາດນັດງານວາງສະແດງ ແລະໂຄສະນາ ຫວຽດນາມ - VIETFAIR, ສະມາຄົມຫັນເປັນອັດຕະໂນມັດ ຫວຽດນາມ ແລະຄູ່ຮ່ວມມືທີ່ກ່ຽວຂ້ອງຢູ່ພາຍໃນປະເທດ ແລະສາກົນສົມທົບກັນຈັດຂຶ້ນ.
    |
 |
ພິທີໄຂງານວາງສະແດງສາກົນກ່ຽວກັບພາຫະນະເຄື່ອງຈັກ, ອຸປະກອນ, ເຕັກໂນໂລຢີ ແລະ ຜະລິດຕະພັນອຸດສາຫະກຳຄັ້ງທີ 21 – VINAMAC EXPO 2025. ພາບ: vov |
VINAMAC EXPO 2025 ໄດ້ແນະນຳ ແລະ ວາງສະແດງເຕັກໂນໂລຢີ, ຜະລິດຕະພັນກ້າວໜ້າໃນຂົງເຂດເຄື່ອງຈັກ, ກົນຈັກ, ພາຫະນະອຸປະກອນອຸດສາຫະກຳ, ເຕັກໂນໂລຢີຈອດຕັດ, ຜະລິດສິ້ນສ່ວນໂລຫະ, ອຸປະກອນຂຸດຄົ້ນແຮ່ທາດ ແລະບໍ່ແຮ່… ຂອງ ຫວຽດນາມ ແລະ ສາກົນ.
VINAMAC EXPO 2025 ໄດ້ດຳເນີນແຕ່ວັນທີ 14 ພຶດສະພາ ຫາວັນທີ 16 ພຶດສະພາ, ມີຮ້ານວາງສະແດງຫຼາຍກວ່າ 300 ຮ້ານ ຂອງ 250 ອົງການຈັດຕັ້ງ, ວິສາຫະກິດ ຫວຽດນາມ ແລະ ສາກົນ.
ແຫຼ່ງຄັດຈາກ: vovworld.vn