ທີ່ການເຮັດວຽກ, ທ່ານ ກາວແອງຕວນ ຮອງລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ແລະ ອາເມລິກາ ແມ່ນສອງພື້ນຖານເສດຖະກິດທີ່ມີໂຄງປະກອບໜູນຊ່ວຍໃຫ້ກັນ. ກ່ຽວກັບການເພີ່ມທະວີການຮ່ວມມືດ້ານການຄ້າ ແລະການລົງທຶນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ທ່ານຮອງລັດຖະມົນຕີ ກາວແອງຕວນ ໄດ້ປຶກສາຫາລືກັບທ່ານ Robert Kaproth ກ່ຽວກັບຄວາມມານະພະຍາຍາມ ແລະມາດຕະການທີ່ແຂງແຮງຂອງຫວຽດນາມ ເພື່ອມຸ່ງໄປເຖິງການພັດທະນາແບບຍືນຍົງ, ດຸ່ນດ່ຽງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

leftcenterrightdel
ທ່ານ ກາວແອງຕວນ ຮອງລັດຖະມົນຕີກະຊວງການເງິນຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການເຮັດວຽກ, ທ່ານ Robert Kaproth ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນສະພາບການປະຈຸບັນ, ພ້ອມທັງຢືນຢັນວ່າ ກະຊວງການເງິນອາເມລິກາ ປາດຖະໜາຢາກ, ໃຫ້ບຸລິມະສິດເພີ່ມທະວີການພົວພັນ ແລະພ້ອມແລ້ວທີ່ຈະແກ້ໄຂບັນຫາທີ່ມີຢູ່ແລ້ວໃນການພົວພັນດ້ານເສດຖະກິດການເງິນກັບຫວຽດນາມ.

ສິ້ນສຸດການເຮັດວຽກ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ນີ້ແມ່ນຈຸດເວລາເໝາະສົມເພື່ອຊຸກຍູ້ການຈັດຕັ້ງບັນດາການເຄື່ອນໄຫວ, ລວມມີກອງປະຊຸມສຳມະນາ, ການເຈລະຈານະໂຍບາຍ, ການໜູນຊ່ວຍດ້ານເຕັກນິກ ເພື່ອນໍາການຮ່ວມມືດ້ານການເງິນສອງຝ່າຍລະຫວ່າງ ຫວຽດນາມ - ອາເມລິກາ ເຂົ້າສູ່ລວງເລິກ, ແທດຈິງ, ສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກໍ່ຄືໃນສະພາບການທີ່ສອງປະເທດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

ໂດຍ: ຈາງຫງວຽນ