ລາຍການສະແດງສິລະປະພິເສດ “ຂອງຂວັນ ເດືອນພຶດສະພາ ຖະຫວາຍແດ່ ເພິ່ນ”
ລາຍການ “ຂອງຂວັນເດືອນພຶດສະພາ ຖະຫວາຍ ແດ່ເພິ່ນ” ໄດ້ວາດພາດເຖິງຊີວິດການເປັນຢູ່ ແລະພາລະກິດປະຕິວັດອັນສູງສົ່ງຂອງປະທານໂຮ່ຈີມິນ.
    |
 |
ລາຍການສະແດງສິລະປະພິເສດ “ຂອງຂວັນເດືອນພຶດສະພາ ຖະຫວາຍແດ່ ເພິ່ນ”. ພາບ: ຄະນະຈັດຕັ້ງ. |
ລາຍການສະແດງສິລະປະພິເສດ “ຂອງຂວັນເດືອນພຶດສະພາ ຖະຫວາຍແດ່ ເພິ່ນ” ໄດ້ດຳເນີນໃນຕອນຄ່ຳວັນທີ 14 ພຶດສະພາຢູ່ ໂຮງລະຄອນໃຫຍ່ຮ່າໂນ້ຍ. ລາຍການໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຊີ້ນຳໜັງສືພິມວັດນະທະທຳ ສົມທົບກັບໂຮງລະຄອນຮ້ອງເພງ, ຟ້ອນ, ດົນຕີຫວຽດນາມ ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/5/1890 - 19/5/2025).
“ຂອງຂວັນເດືອນພຶດສະພາ ຖະຫວາຍແດ່ ເພິ່ນ” ແມ່ນລາຍການສະແດງສິລະປະທີ່ມີຄວາມໝາຍດ້ານການເມືອງ, ວັດທະນະທຳທີ່ເລິກເຊິ່ງ, ສະແດງຄວາມຮູ້ບຸນຄຸນ ແລະນ້ຳໃຈຄວາມຮັກແພງຂອງທົ່ວປະເທດ ຕໍ່ປະທານ ໂຮ່ຈີມິນ. ທ່ານເອກອັກຄະລັດຖະທູດ, ສາດສະດາຈານ, ປ.ອ ຫວູເຢືອງຮວນ, ອະດີດອຳນວຍການສະຖາບັນການຕ່າງປະເທດ ຢັ້ງຢືນວ່າ: ສັນຕິພາບ ແມ່ນຄວາມມຸ່ງຫວັງຂອງທຸກຊົນຊາດ. ວັດທະນະທຳສັນຕິພາບ ແມ່ນຈຸດທີ່ເປັນເອກະລັກສະເພາະຂອງປະທານ ໂຮ່ຈີມິນ, ແມ່ນຈຸດລຸລ່ວງ, ຫຼັກແຫຼ່ງຂອງແນວຄິດ ໂຮ່ຈີມິນ.
ລາຍການ “ຂອງຂວັນເດືອນ ພຶດສະພາ ຖະຫວາຍແດ່ ເພິ່ນ” ໄດ້ວາດພາດເຖິງຊີວິດການເປັນຢູ່ ແລະພາລະກິດປະຕິວັດອັນສູງສົ່ງຂອງປະທານ ໂຮ່ຈີມິນ.
ແຫຼ່ງຄັດຈາກ: vovworld.vn