ຍູ້ແຮງການສ້າງຕັ້ງລະບົບກວດສອບສະພາບແວດລ້ອມທາງທະເລ

ໃນຊຸມປີຜ່ານມາ, ຫວຽດນາມ ບັນລຸໄດ້ຫຼາຍຜົນງານສໍາຄັນໃນວຽກງານຄຸ້ມຄອງສະພາບແວດລ້ອມທາງທະເລ, ເຊິ່ງສະແດງອອກຜ່ານລະບົບນະໂຍບາຍຮອບດ້ານ ແລະການປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ. ພັກ ແລະລັດ ໄດ້ປະກາດໃຊ້ຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045, ບັນລຸເປົ້າໝາຍຄວບຄຸມມົນລະພິດ, ປົກປ້ອງຊີວະນາໆພັນ ແລະພັດທະນາເສດຖະກິດທະເລຕາມທິດສີຂຽວ. ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ 2020 ໄດ້ຮັດກຸ່ມຂໍ້ກໍານົດກ່ຽວກັບການຄວບຄຸມແຫຼ່ງລະບາຍນ້ຳເສຍຈາກດິນຕໍ່ແຜ່ນ ແລະຢູ່ທະເລ, ຍົກສູງຄວາມຮັບຜິດຊອບຂອງບັນດາຝ່າຍທີ່ກ່ຽວຂ້ອງ.

leftcenterrightdel
ຫາດຊາຍທະເລໝີເຄ (ນະຄອນດ່ານັງ), ເປັນໜຶ່ງໃນ 50 ຫາດຊາຍທະເລງາມທີ່ສຸດໃນໂລກ. ພາບ: ຫງວຽນຈິ່ງ

ກະຊວງກະສິກໍາ ແລະສິ່ງແວດລ້ອມຫວຽດນາມ ກໍ່ຍູ້ແຮງການສ້າງຕັ້ງລະບົບກວດສອບສະພາບແວດລ້ອມທາງທະເລ, ຊ່ວຍຕິດຕາມກວດກາຄຸນນະພາບນໍ້າຕາມເວລາຕົວຈິງ ແລະເຕືອນຄວາມສ່ຽງກ່ຽວກັບມົນລະພິດ. ຫວຽດນາມ ຍັງຂະຫຍາຍບັນດາເຂດອະນຸລັກທະເລ, ເພີ່ມທະວີການຮ່ວມມືສາກົນຜ່ານການເຂົ້າຮ່ວມບັນດາສົນທິສັນຍາສໍາຄັນ, ຄື: ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ແລະສົນທິສັນຍາສາກົນວ່າດ້ວຍການປ້ອງກັນ, ສະກັດກັ້ນມົນລະພິດຈາກກໍາປັ່ນທະເລປີ 1973 ໄດ້ດັດປັບຈາກອະນຸສັນຍາປີ 1978 (Marpol 73/78). ຄວາມມານະພະຍາຍາມເຫຼົ່ານີ້ໄດ້ສະແດງເຖິງການຕັດສິນໃຈມຸ່ງເຖິງພື້ນຖານເສດຖະກິດທະເລແບບຍືນຍົງ, ທັງປົກປັກຮັກສາສິ່ງແວດລ້ອມທັງຮັບປະກັນການພັດທະນາເສດຖະກິດແບບຍາວນານ.

ຕາມບົດລາຍງານຂອງກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ແລ້ວ, ຄຸນນະພາບນໍ້າທະເລຢູ່ບາງທ້ອງຖິ່ນມີສັນຍານດີຂຶ້ນຍ້ອນມີບັນດາມາດຕະການຕິດຕາມກວດກາ ແລະກວດສອບແຫຼ່ງລະບາຍນໍ້າເສຍຈາກດິນຕໍ່ແຜ່ນ. ຄຽງຂ້າງກັນນັ້ນ, ໂຄງການຂະຫຍາຍເຂດອະນຸລັກທະເລ, ຄື: ກູ່ລາວຈ່າມ, ອ່າວຍາຈາງ ແລະຝູກ໊ວກ ກໍ່ພວມເສີມຂະຫຍາຍຢ່າງມີປະສິດທິຜົນ, ຊ່ວຍປົກປັກຮັກສາລະບົບນິເວດທະເລ ແລະພັດທະນາທ່ອງທ່ຽວແບບຍືນຍົງ. ຫວຽດນາມ ກໍ່ໄດ້ເພີ່ມທະວີການຮ່ວມມືສາກົນໃນການປົກປັກຮັກສາສະພາບແວດລ້ອມທະເລ. ເລື່ອງເຂົ້າຮ່ວມ UNCLOS 1982  ແລະ Marpol 73/78 ກ່ຽວກັບການສະກັດກັ້ນມົນລະພິດທະເລໄດ້ປະກອບສ່ວນຍົກສູງຄວາມສາມາດຄຸ້ມຄອງ ແລະປົກປັກຮັກສາຊັບພະຍາກອນທະເລ.

ເຕັກໂນໂລຢີສີຂຽວ, ທ່າອ່ຽງທີ່ຈຳເປັນໃນການປົກປັກຮັກສາສະພາບແວດລ້ອມທາງທະເລ

ຫົວຂໍ້ “ເຕັກໂນໂລຢີສີຂຽວເພື່ອມະຫາສະມຸດແບບຍືນຍົງ” ຂອງສັບປະດາທະເລ ແລະໝູ່ເກາະຫວຽດນາມ ປີ 2025 ໄດ້ເນັ້ນໜັກບົດບາດນໍາໜ້າຂອງວິທະຍາສາດ, ນະວັດຕະກໍາ ແລະຫັນປ່ຽນດີຈີຕອນໃນການປົກປັກຮັກສາສິ່ງແວດລ້ອມ, ພັດທະນາເສດຖະກິດທະເລ.

ຕາມທ່ານ ຫງວຽນວຽດຢຸງ ຫົວໜ້າສູນສື່ມວນຊົນຊັບພະຍາກອນ ແລະສິ່ງແວດລ້ອມ, ເຕັກໂນໂລຢີການສຳຫຼວດໄລຍະໄກ, ລະບົບຂໍ້ມູນທາງພູມີປະເທດ (GIS) ແລະລະບົບກວດສອບອັດສະລິຍະທີ່ໄດ້ນໍາໃຊ້ຢູ່ບາງທ້ອງຖິ່ນ, ເອື້ອອຳນວຍຄວາມສະດວກໃນການຕິດຕາມກວດກາຄຸນນະພາບນໍ້າທະເລຕາມເວລາຕົວຈິງ, ຈາກນັ້ນກໍ່ກ່າວເຕືອນຄວາມສ່ຽງກ່ຽວກັບມົນລະພິດ ແລະໄພທາງສິ່ງແວດລ້ອມໂດຍໄວ. ຄຽງຂ້າງກັນນັ້ນ, ຫຼາຍເຕັກໂນໂລຢີໃໝ່ພວມໄດ້ທົດລອງ ເພື່ອເພີ່ມທະວີປະສິດທິຜົນໃນການປົກປັກຮັກສາສະພາບແວດລ້ອມທາງທະເລ.

ບາງຮູບການເຕັກໂນໂລຢີສີຂຽວທີ່ພົ້ນເດັ່ນໄດ້ພິສູດໃນພຶດຕິກໍາຕົວຈິງຢ່າງມີປະສິດທິຜົນ. ທີ່ເກາະ ລີເຊີນ (ແຂວງກວາງຫງາຍ), ລະບົບໄຟຟ້າແສງຕາເວັນສົມທົບກັບການບໍາບັດນໍ້າເສຍດ້ວຍເຕັກໂນໂລຢີຊີວະສາດໄດ້ຊ່ວຍປັບປຸງຄຸນນະພາບນ້ໍາເສຍຈາກການດໍາລົງຊີວິດໃຫ້ດີຂຶ້ນ, ເຮັດໃຫ້ມົນລະພິດທະເລຫຼຸດລົງ. ແຂວງບ່າເຣ້ຍ-ຫວູງເຕົ່າ ພວມຜັນຂະຫຍາຍຮູບການຜະລິດຂີ້ເຫຍື້ອພຣາດສະຕິກຄືນໃໝ່ກາຍເປັນວັດຖຸກໍ່ສ້າງ, ທັງປະກອບສ່ວນບໍາບັດຂີ້ເຫຍື້ອ, ທັງສ້າງວຽກເຮັດງານທໍາໃຫ້ປະຊາຊົນ. ນອກຈາກນັ້ນ, ຮູບແບບເສດຖະກິດໝູນວຽນພວມໄດ້ນໍາໃຊ້ທົດລອງຢູ່ບັນດາຕາແສງແຄມທະເລຢູ່ເຫວ້, ຊ໊ອກຈັງ, ດ້ວຍການໜູນຊ່ວຍຂອງໂຄງການພັດທະນາຂອງ ສປຊ (UNDP)... ບັນດາຮູບແບບນີ້ຖ້າຫາກໄດ້ຂະຫຍາຍອອກເປັນວົງກວ້າງຈະສ້າງເປັນລະບົບຕ່ອງໂສ້ຜະລິດສີຂຽວ, ສະອາດ, ຍືນຍົງ, ປະກອບສ່ວນຫຼຸດແຮງກົດດັນຈາກສະພາບແວດລ້ອມທາງທະເລ.

ຄຽງຂ້າງກັນນັ້ນ, ຕາມບັນດານັກຊ່ຽວຊານສິ່ງແວດລ້ອມ, ເພື່ອນໍາໃຊ້ເຕັກໂນໂລຢີສີຂຽວເຂົ້າໃນການປັກປັກຮັກສາທະເລຢ່າງມີປະສິດທິຜົນ, ຕ້ອງໃຫ້ບຸລິມະສິດແກ່ການພັດທະນາບັນດາພື້ນຖານຂໍ້ມູນເປີດກ່ຽວກັບຊັບພະຍາກອນ ແລະຄຸນນະພາບສະພາບແວດລ້ອມທາງທະເລ, ຮັບໃຊ້ວຽກງານຄຸ້ມຄອງ, ການວາງແຜນຜັງ ແລະຕັດສິນໃຈອອກນະໂຍບາຍ.

ຮສຈ, ປອ ຫງວຽນຈູໂຮ່ຍ, ອະດີດຮອງຫົວໜ້າກົມໃຫຍ່ທະເລ ແລະໝູ່ເກາະຫວຽດນາມ (ປະຈຸບັນແມ່ນກົມທະເລ ແລະໝູ່ເກາະຫວຽດນາມ) ຖືວ່າ ການກໍ່ສ້າງລະບົບນິເວດດີຈີຕອນຮັບໃຊ້ເສດຖະກິດສີຂຽວຕ້ອງໄດ້ເອົາໃຈໃສ່, ດ້ວຍບັນດາມາດຕະການເຕັກໂນໂລຢີຢ່າງຄົບຊຸດ.

ນອກຈາກນັ້ນ, ບັນດານັກວິທະຍາສາດ ສະເໜີແນະໃຫ້ເພີ່ມທະວີການລົງທຶນຄົ້ນຄວ້າບັນດາວັດຖຸຊີວະສາດທີ່ເປັນມິດກັບສິ່ງແວດລ້ອມປ່ຽນແທນໃຫ້ຢາງທີ່ນໍາໃຊ້ເທື່ອດຽວໃນການເຄື່ອນໄຫວຫາປາ, ປູກລ້ຽງ ແລະທ່ອງທ່ຽວທະເລ. ການກໍ່ສ້າງບັນດາສູນເຕັກໂນໂລຢີນິເວດເຂດແຄມທະເລ, ບ່ອນປະມວນບັນດາຮູບການບໍາບັດຂີ້ເຫຍື້ອ, ນໍ້າເສດເຫຼືອ, ຜະລິດພະລັງງານທົດແທນ ແລະຟື້ນຟູນິເວດ, ກໍ່ແມ່ນມາດຕະການຫຼັກແຫຼ່ງ...

ໂດຍ: ໄຊນີດາ