ສຳລັບບັນຫາເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮຽກຮ້ອງຕ້ອງຮີບດ່ວນປັບປຸງຮ່າງມະຕິ ໃຫ້ສຳເລັດຕາມທິດປ່ຽນແປງຈາກການກວດປິ່ນປົວພະຍາດ,  ມາເປັນການເບິ່ງແຍງ, ຮັກສາສຸຂະພາບຂອງປະຊາຊົນ, ດ້ວຍທິດນຳທີ່ວ່າເບິ່ງແຍງ, ຮັກສາສຸຂະພາບຂອງປະຊາຊົນເໜືອກ່ວາສິ່ງໃດໝົດ, ແມ່ນພື້ນຖານຍຸດທະສາດ, ຍາວນານ. ພ້ອມກັນນັ້ນແມ່ນການຍົກລະດັບຄຸນນະພາບການແພດ, ສ້າງໂຮງໝໍດີຈີຕອນ, ໂຮງໝໍອັດສະລິຍະ, ກຳນົດວິວັດການປະຕິບັດການຍົກເວັ້ນຄ່າກວດພະຍາດໃຫ້ແກ່ປະຊາຊົນໄວເທົ່າທີ່ຈະໄວໄດ້, ກ່ອນອື່ນໝົດແມ່ນການກວດ, ປິ່ນປົວພະຍາດໂດຍບໍເສຍຄ່າໃຫ້ແກ່ເດັກນ້ອຍ.

leftcenterrightdel
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ  ກ່າວຄຳເຫັນທີ່ກອງປະຊຸມ. ພາບ: laodong.vn

ໂດຍກ່ຽວຂ້ອງເຖິງການພັດທະນາການສຶກສາບຳລຸງສ້າງ, ທ່ານນາຍົກລັດຖະມົນຕີ ສະເໜີຕ້ອງເຮັດແຈ້ງຂອບເຂດເຕື້ອງເຖິງຂອງຮ່າງມະຕິທີ່ກ່ຽວຂ້ອງເຖິງການສຶກສາມັດທະຍົມ, ອາຊີວະຊັ້ນກາງ, ການສຶກສາຂັ້ນມະຫາວິທະຍາໄລ ແລະ ການສຶກສາຂັ້ນສູງກ່ວາ. ຈາກນັ້ນກຳນົດໜ້າທີ່, ວິທີການເພື່ອແກ້ໄຂບັນດາຈຸດອຸດຕັນໃນການສຶກສາ, ພິເສດແມ່ນການເຂົ້າເຖິງກັບການສຶກສາ ຢູ່ເຂດຫ່າງໄກສອກຫຼີກ, ທະເລໝູ່ເກາະຢ່າງມີຄວາມສະເໝີພາບ.

ແຫຼ່ງຄັດຈາກ: vovworld.vn