135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ: ສະຖານທູດຫວຽດນາມ ປະຈໍາ ສ.ເກົາຫຼີ ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ, ວັນທີ 18 ພຶດສະພາ, ສະຖານທູດຫວຽດນາມ ປະຈໍາ ສ.ເກົາຫຼີ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ແລະພິທີຖະຫວາຍທູບທຽນທີ່ແທ່ນບູຊາລຸງໂຮ່ ຢູ່ສຳນັກງານສະຖານທູດ.
ເຂົ້າຮ່ວມພິທີມີທ່ານ ຫວູໂຮ່ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສ.ເກົາຫຼີ, ພ້ອມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ, ບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳ ສ.ເກົາຫຼີ ແລະຜູ້ຕາງໜ້າບັນດາກຸ່ມປະຊາຄົມຊາວຫວຽດນາມ ພວມດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ ສ.ເກົາຫຼີ.
    |
 |
ຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ຈູດທູບທຽນອາໄລຫາລຸງໂຮ່. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ພິທີ, ບັນດາຜູ້ແທນໄດ້ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ແນໃສ່ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະຄວາມເຄົາລົບສໍາລັບເພິ່ນ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ໄດ້ຫວນຄືນບັນດາຈຸດພົ້ນເດັ່ນກ່ຽວກັບຊີວິດ ແລະພາລະກິດອັນສະຫງ່າງາມຂອງປະທານໂຮ່ຈີມິນ ກໍ່ຄືແນວຄິດຂອງເພິ່ນ.
ການເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ປີນີ້ມີຄວາມໝາຍພິເສດສຳລັບປະຊາຊົນຫວຽດນາມ ເມື່ອຫວຽດນາມ ຫາກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ມຸ່ງໄປເຖິງສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ.
ເນື່ອງໃນໂອກາດນີ້, ບັນດາຜູ້ແທນໄດ້ຊົມຮູບເງົາເອກະສານກ່ຽວກັບຊີວິດ ແລະພາລະກິດຂອງລຸງໂຮ່. ທ່ານເອກອັກຄະລັດຖະທູດ ຫວູໂຮ່ ໃຫ້ຮູ້ວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ພວມນັບມື້ນັບເຕີບໃຫຍ່, ສາມັກຄີ ແລະສະໜິດຕິດພັນ. ທ່ານເອກອັກຄະລັດຖະທູດ ຫວູໂຮ່ ສະເໜີປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ສືບຕໍ່ຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ດ້ວຍການກະທໍາຢ່າງແທດຈິງ, ດຳລົງຊີວິດທີ່ງ່າຍດາຍ ແລະມີຄວາມຮັບຜິດຊອບ, ສືບຕໍ່ສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະກັນ, ພ້ອມກັນສ້າງປະຊາຄົມທີ່ໝັ້ນຄົງເຂັ້ມແຂງຢູ່ ສ.ເກົາຫຼີ.
ໂດຍ: ເຈິ່ນຮວ່ຽນ