ບັນດາແບບຢ່າງທີ່ໄດ້ຮັບການຍ້ອງຍໍຊົມເຊີຍ ແມ່ນພະນັກງານຄະນະຊາວໜຸ່ມ/ຄະນະເຍົາວະຊົນທີ່ດີເດັ່ນ, ຊາວໜຸ່ມຢູ່ຊົນນະບົດ ແລະຕົວເມືອງທີ່ມີຂໍ້ລິເລີ່ມກໍ່ສ້າງຊົນນະບົດໃໝ່ ແລະຕົວເມືອງອັດສະລິຍະ, ຊາວໜຸ່ມເປັນພາລະກອນ/ລັດຖະກອນທີ່ມີແນວຄວາມຄິດປະຕິຮູບດ້ານການບໍລິຫານຫຼາຍຢ່າງເພື່ອຮັບໃຊ້ປະຊາຊົນ,  ກໍາມະກອນ, ຜູ້ອອກແຮງງານປ່ຽນແປງໃໝ່ປະດິດຄິດສ້າງ, ຍົກສູງສະມັດຕະພາບ, ນັກທຸລະກິດໄວໜຸ່ມທີ່ເລີ່ມດໍາເນີນທຸລະກິດມີປະສິດທິຜົນ, ນັກສຶກສາດີເດັ່ນທີ່ພວມຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ...

leftcenterrightdel
ສະຫາຍ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ກ່າວຄໍາເຫັນທີ່ພິທີຍ້ອງຍໍຊົມເຊີຍ. ພາບ: qdnd.vn

ກ່າວຄຳເຫັນນະທີ່ນີ້, ສະຫາຍ ຫງວຽນຈ້ອງເຫງ້ຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍ ແລະຕີລາຄາສູງຜົນງານດີເດັ່ນຂອງຜູ້ແທນຊາວໜຸ່ມທີ່ກ້າວໜ້າໄດ້ປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່ ໃນໄລຍະຜ່ານມາ.

ສະຫາຍ ຫງວຽນຈ້ອງເຫງ້ຍ ປາດຖະໜາຢາກກຳລັງຊາວໜຸ່ມຈະສືບຕໍ່ຝຶກຝົນຫຼໍ່ຫຼອມ, ເປັນເຈົ້າການຕັ້ງເປົ້າໝາຍໃໝ່, ປະຈັນບານ, ນໍາໜ້າໃນການຮໍ່າຮຽນ, ເປັນເຈົ້າຂອງວິທະຍາສາດ-ເຕັກໂນໂລຢີ, ເລີ່ມດຳເນີນທຸລະກິດ ແລະ ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.

leftcenterrightdel
 
leftcenterrightdel
ບັນດາແບບຢ່າງຊາວໜຸ່ມກອງທັບ ໄດ້ຮັບການຍ້ອງຍໍຊົມເຊີຍ. ພາບ: qdnd.vn

ກອງປະຊຸມໃຫຍ່ຊາວໜຸ່ມກ້າວໜ້າປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່  ທ່ົວປະເທດ ຄັ້ງທີ  VIII  ຈະດໍາເນີນຮອດວັນທີ 18 ພຶດສະພາ ຢູ່ນະຄອນໂຮ່ຈິີມິນ. ບັນດາຜູ້ແທນໄດ້ດຳເນີນກິດຈະກໍາເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ຄື: ພິທີແຈ້ງຜົນງານຕໍ່ລຸງໂຮ່ ແລະໄດ້ຮັບປະດັບກາໝາຍ “ຊາວໜຸ່ມກ້າວໜ້າປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່”, ຢ້ຽມຊົມບັນດາສະຖານທີ່ປະຫວັດສາດ, ວັດທະນະທຳ, ເສດຖະກິດ, ສັງຄົມດີເດັ່ນ; ຢ້ຽມຢາມ ແລະມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ; ມອບກິດຈະກໍາສັງຄົມ; ແນະນໍາສະຖານທີ່ຫໍພິພິທະພັນດີຈີຕອນ “ລຸງໂຮ່ ກັບຊາວໜຸ່ມ”...

ໂດຍ: ທູຈາງ