    |
 |
ກອງປະຊຸມ SelectUSA Investment Summit 2025 ເປີດກາລະໂອກາດໃຫ້ວິສາຫະກິດຫວຽດນາມ ເປີດກວ້າງການເຄື່ອນໄຫວດໍາເນີນທຸລະກິດ ແລະລົງທຶນຢູ່ຕະຫຼາດອາເມລິກາ. ພາບ: Vietnam+ |
ແຕ່ວັນທີ 11-14 ພຶດສະພາ, ທ່ານ ກາວແອງຕວ໊ນ ຮອງລັດຖະມົນຕີກະຊວງການເງິນຫວຽດນາມ ໄດ້ນໍາໜ້າຄະນະປະຕິບັດງານລວມມີສະມາຊິກກວ່າ 130 ຄົນທີ່ຕາງໜ້າໃຫ້ວິສາຫະກິດຫວຽດນາມ ກວ່າ 100 ແຫ່ງເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດລົງທຶນ SelectUSA Investment Summit 2025 ຢູ່ອາເມລິກາ. ເຫດການໄດ້ເປີດກາລະໂອກາດໃຫ້ວິສາຫະກິດຫວຽດນາມ ເປີດກວ້າງການເຄື່ອນໄຫວດໍາເນີນທຸລະກິດ ແລະລົງທຶນຢູ່ຕະຫຼາດອາເມລິກາ.
ຂົວເຊື່ອມຕໍ່ລົງທຶນທີ່ມີປະສິດທິຜົນ
ໃນຂອບເຂດກອງປະຊຸມ, ທ່ານ ກາວແອງຕວ໊ນ ແລະຄະນະປະຕິບັດງານໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະສອງວາລະ. ວາລະທີໜຶ່ງໄດ້ສຸມໃສ່ຫົວເລື່ອງ “ປ່ຽນແປງໃໝ່ ແລະອຸດສາຫະກໍາ: ທ່າໄດ້ປຽບຂອງອາເມລິກາ ໃນການດຶງດູດການລົງທຶນ.” ບັນດາວິສາຫະກິດໄດ້ປຶກສາຫາລືໂດຍກົງກັບຜູ້ຕາງໜ້າບັນດາອົງການພັດທະນາເສດຖະກິດກ່ຽວກັບບັນດາປັດໄຈຫຼັກແຫຼ່ງທີ່ຊ່ວຍໃຫ້ອາເມລິກາ ກາຍເປັນຈຸດນັດພົບແຖວໜ້າໃຫ້ແກ່ການເຄື່ອນໄຫວດໍາເນີນທຸລະກິດ.
ວາລະທີສອງໄດ້ສຸມໃສ່ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນລົງທຶນໃນບັນດາຂົງເຂດທີ່ມີທ່າແຮງ ແລະມີຄວາມແກ່ງແຍ້ງຂອງອາເມລິກາ, ພິເສດແມ່ນເຕັກໂນໂລຢີທີ່ຫາພົ້ນເດ່ັນ ແລະປັນຍາປະດິດ (AI). ໃນນັ້ນ, ບັນດານັກບັນລະຍາຍໄດ້ເນັ້ນໜັກວ່າ ໃນສະພາບການຄືໃນປະຈຸບັນ, ອາເມລິກາ ພວມແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ, ແມ່ນບ່ອນດີທີ່ສຸດ ເພື່ອລົງທຶນ.
ແບ່ງປັນຢູ່ນອກກອງປະຊຸມ, ທ່ານ ກາວແອງຕວ໊ນ ໃຫ້ຮູ້ວ່າ ການໄປປະຕິບັດງານນີ້ ໄດ້ສະແດງໃຫ້ເຫັນຄໍາໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືລົງທຶນ, ການຄ້າສອງຝ່າຍກັບອາເມລິກາ-ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະແມ່ນພື້ນຖານເສດຖະກິດແຖວໜ້າໂລກ. ຜ່ານກອງປະຊຸມ, ບັນດາວິສາຫະກິດຫວຽດນາມ ມີກາລະໂອກາດຮ່ວມມືລົງທຶນ, ພິເສດແມ່ນໃນບັນດາຂົງເຂດວິທະຍາສາດເຕັກໂນໂລຢີ, ຫັນປ່ຽນດີຈີຕອນ, ອຸດສາຫະກໍາພະລັງງານ, ພັດທະນາໂຄງລ່າງທ່າທະເລ, ການບິນ ແລະບັນດາຂະແໜງອຸດສາຫະກໍາປຸງແຕ່ງເຊິ່ງແມ່ນບັນດາຂົງເຂດທີ່ອາເມລິກາ ມີທ່າແຮງຫຼາຍທີ່ສຸດ”.
    |
 |
ໃນຂອບເຂດກອງປະຊຸມ, ຄະນະປະຕິບັດງານຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະສອງວາລະ. ພາບ: Vietnam+ |
ການ “ຈັບມື” ມິດຕະພາບ
ຈຸດເນັ້ນໜັກສໍາຄັນໜຶ່ງອີກໃນ SelectUSA Investment Summit 2025 ແມ່ນເຫດການ “ພົບປະ ແລະຕ້ອນຮັບ” (Meet & Greet) ກັບບັນດາວິສາຫະກິດຫວຽດນາມ, ໂດຍທ່ານ Ashok Pinto ຜູ້ອໍານວຍການບໍລິຫານ SelectUSA Investment Summit 2025 ເປັນປະທານ.
ທີ່ການພົບປະ, ທ່ານ Ashok Pinto ໄດ້ຕາງໜ້າທ່ານ Donald Trump ປະທານາທິບໍດີ ແລະທ່ານ Howard Lutnick ລັດຖະມົນຕີກະຊວງການຄ້າອາເມລິກາ ສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງປະຊາຄົມວິສາຫະກິດຫວຽດນາມ ຍ້ອນໄດ້ເລືອກ/ຄິດໄລ່ຊັ່ງຊາອາເມລິກາ ແມ່ນສະຖານທີ່ລົງທຶນ.
“ອາເມລິກາ ຍາມໃດກໍ່ຊົມເຊີຍ ແລະຕ້ອນຮັບບັນດາວິສາຫະກິດມາລົງທຶນ, ປະກອບສ່ວນສ້າງເລື່ອງລາວທີ່ປະສົບຜົນສໍາເລັດຂອງອາເມລິກາ”, ທ່ານ Ashok Pinto ໄດ້ຢືນຢັນ.
ໃນຂອບເຂດ SelectUSA Investment Summit 2025, ກະຊວງການເງິນຫວຽດນາມ, ກະຊວງການຄ້າອາເມລິກາ, ສະຖານທູດຫວຽດນາມ ປະຈໍາ ອາເມລິກາ ແລະສະຖານທູດອາເມລິກາ ປະຈໍາ ຫວຽດນາມ ໄດ້ສົມທົບກັນຈັດຕ້ັງເຫດການ “ເຊື່ອມຕໍ່ກັບຫວຽດນາມ: ການຮ່ວມມື-ແບ່ງປັນ-ພັດທະນາ” ຢູ່ສູນການຄ້າສາກົນຢູ່ Washington D.C. ເຫດການນີ້ໄດ້ດຶງດູດການເຂົ້າຮ່ວມຂອງຕາງໜ້າລັດຖະບານ, ວິສາຫະກິດ ແລະບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດເປັນຈໍານວນ ຫຼວງຫຼາຍ.
ທີ່ເວທີປາໄສ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາລະບຽບການລົງທຶນ, ແຫຼ່ງເງິນລົງທຶນ ແລະການບໍລິການໜູນຊ່ວຍການລົງທຶນ, ເພື່ອອໍານວຍຄວາມສະດວກທີ່ສຸດໃຫ້ນັກລົງທຶນຫວຽດນາມ ຊອກຫາກາລະໂອກາດ ແລະເປີດກວ້າງການລົງທຶນດໍາເນີນທຸລະກິດຢູ່ອາເມລິກາ.
ທ່ານ ຫງວຽນກ໊ວກຢູງ ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ເນ້ັນໜັກເຖິງຄວາມເອົາໃຈໃສ່ຂອງທັງສອງຝ່າຍໃນການເພີ່ມທະວີການຮ່ວມມືລົງທຶນພ້ອມທັງຢືນຢັນເຖິງເຈດຕະນາດີ ແລະການກະກຽມຂອງຫວຽດນາມ ໃນການເປີດກວ້າງການຮ່ວມມືລົງທຶນກັບອາເມລິກາ, ສອດຄ່ອງກັບນະໂຍບາຍດຶງດູດການລົງທຶນຂອງທ່ານປະທານາທິບໍດີ.
ທ່ານ ຫງວຽນກວກຢູງ ຢັ້ງຢືນວ່າ: “ນັບແຕ່ກ່ອນມາຮອດປະຈຸບັນ ຄະນະຂອງວິສາຫະກິດຫວຽດນາມ ແມ່ນມີຂະໜາດໃຫຍ່ສຸດ ເຊິ່ງໄດ້ສະແດງໃຫ້ເຫັນວ່າ ວິສາຫະກິດບໍ່ພຽງແຕ່ສົນໃຈຕໍ່ການດຶງດູດການລົງທຶນເທົ່ານັ້ນແຕ່ຍັງຊອກຫາໂອກາດຮ່ວມມືລົງທຶນທັນທີຢູ່ປະເທດທີ່ມີພື້ນຖານເສດຖະກິດພັດທະນາທີ່ສຸດໃນໂລກນັ້ນແມ່ນປະເທດອາເມລິກາ. ນີ້ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການພັດທະນາໃນການພົວພັນຄູ່ຮ່ວມມືຮອບດ້ານຍຸດທະສາດລະຫວ່າງສອງປະເທດ ແລະຄວາມຂະຫຍັນຂັນເຄື່ອນ, ການປັບຕົວຂອງວິສາຫະກິດສອງປະເທດ”.
ນະທີ່ນີ້, ທ່ານ ກາວແອງຕວ໊ນ ໄດ້ເນັ້ນໜັກວ່າ ຫວຽດນາມ ແລະອາເມລິກາ ມີການພົວພັນຮ່ວມມືເສດຖະກິດຢ່າງມີປະສິດທິຜົນ, ແມ່ນຮູບແບບໃຫ້ແກ່ການຮ່ວມມືບົນເນື້ອໃນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານກໍ່ສະແດງຄວາມປາດຖະໜາຢາກໃຫ້ລັດຖະບານ, ບັນດາອົງການທີ່ກ່ຽວຂ້ອງຂອງສະຫະລັດ, ບັນດາລັດນ້ອຍ, ເມືອງ, ບັນດາສະຫະສະມາຄົມ ແລະວິສາຫະກິດອາເມລິກາ ຈະສ້າງເງື່ອນໄຂສະດວກເພື່ອຊຸກຍູ້, ໜູນຊ່ວຍວິສາຫະກິດຫວຽດນາມ ເຂົ້າມາລົງທຶນ, ດໍາເນີນທຸລະກິດຢູ່ອາເມລິກາ ຢ່າງມີປະສິດທິຜົນ ແລະປະສົບຜົນສໍາເລັດ.
ຫັນການພົວພັນຄູ່ຮ່ວມມືຍຸດທະສາດເປັນລະອຽດ
ຢູ່ນອກ SelectUSA Investment Summit 2025, ຄະນະປະຕິບັດງານຂອງກະຊວງການເງິນຫວຽດນາມ ໃຫ້ຮູ້ວ່າ ຈະສືບຕໍ່ມີຫຼາຍການພົບປະ ແລະເຮັດວຽກສອງຝ່າຍກັບບາງອົງການຈັດຕ້ັງ, ທະນາຄານ ແລະວິສາຫະກິດອາເມລິກາ, ລວມມີທັງອົງການການເງິນພັດທະນາສາກົນອາເມລິກາ (DFC), ທະນາຄານນໍາເຂົ້າ-ສົ່ງອອກອາເມລິກາ (US Ex-Im Bank), ກຸ່ມບໍລິສັດ Intel ແລະກຸ່ມບໍລິສັດ Meta.
ພິເສດ, ຄະນະປະຕິບັດງານຈະມີວາລະເຮັດວຽກກັບກະຊວງການເງິນອາເມລິກາ ກ່ຽວກັບສັນຍາ ແລະອະນຸສັນຍາກ່ຽວກັບການຫຼີກລ້ຽງເສຍພາສີສອງເທື່ອລະຫວ່າງຫວຽດນາມ ແລະອາເມລິກາ, ເພື່ອຊຸກຍູ້ການປະຕິບັດບັນດາລະບຽບການລົງນາມ ແລະໃຫ້ສັດຕະຍາບັນສັນຍາສໍາເລັດ, ສ້າງກອບນິຕິກໍາໜັກແໜ້ນໃຫ້ບັນດາວິສາຫະກິດຫວຽດນາມ ເມື່ອລົງທຶນ ແລະດໍາເນີນທຸລະກິດຢູ່ອາເມລິກາ.
ຕາມຂໍ້ມູນຈາກກົມລົງທຶນຕ່າງປະເທດ, ຄິດໄລ່ຮອດວັນທີ 30 ເມສາ, ຫວຽດນາມ ມີ 252 ໂຄງການລົງທຶນຢູ່ອາເມລິກາ ລວມຍອດເງິນ ລົງທຶນທັງໝົດບັນລຸ 1,36 ຕື້ໂດລາສະຫະລັດ. ບັນດາໂຄງການ ໄດ້ສຸມໃສ່ຂະແໜງການທີ່ເຄື່ອນໄຫວດ້ານວິຊາສະເພາະ, ວິທະຍາສາດ ແລະເຕັກໂນໂລຢີ, ການເຄື່ອນໄຫວດໍາເນີນທຸລະກິດອະສັງຫາລິມະຊັບ ແລະອຸດສາຫະກໍາປຸງແຕ່ງ, ປະດິດສ້າງ.
ເຫດການ SelectUSA Investment Summit 2025 ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະສ້າງກຳລັງແຮງໃໝ່ໃຫ້ແກ່ກະແສເງິນລົງທຶນສອງສົ້ນລະຫວ່າງຫວຽດນາມ ແລະອາເມລິກາ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.
ໂດຍ: ໄຊນີດາ