ຫວຽດນາມ ສາມາດນຳໃຊ້ບັນດາ FTA ທີ່ພວມມີຢູ່ແລ້ວ ເພື່ອເປີດກວ້າງຕະຫຼາດສົ່ງອອກ
ລັດຖະບານຫວຽດນາມ ໄດ້ສ້າງແຜນການບັນລຸລະດັບເຕີບໂຕທີ່ເຕັມໄປດ້ວຍຄວາມຫວັງ ແລະສິ່ງດັ່ງກ່າວອາດສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງຈາກພາຍນອກຫຼາຍພໍສົມຄວນ.
ເສດຖະກິດຂອງຫວຽດນາມ ໄດ້ຄາດຄະເນວ່າຈະບັນລຸລະດັບເຕີບໂຕ 6,6% ໃນປີ 2025 ແລະ 6,5% ໃນປີ 2026. ນີ້ແມ່ນການຄາດຄະເນໂດຍທະນາຄານພັດທະນາອາຊີ (ADB) ຍົກອອກມາໃນແງ່ຫວັງພັດທະນາອາຊີ ເດືອນເມສາ 2025 (ADO) ປະກາດໃນຕອນເຊົ້າວັນທີ 9 ເມສາ, ຢູ່ຮ່າໂນ້ຍ.
    |
 |
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: vov.vn |
ຕາມທ່ານ Shantanu Chakraborty, ຜູ້ອຳນວນການແຫ່ງຊາດຂອງ ADB ປະຈຳ ຫວຽດນາມ ແລ້ວ, ລັດຖະບານຫວຽດນາມ ໄດ້ສ້າງແຜນການບັນລຸລະດັບເຕີບໂຕທີ່ເຕັມໄປດ້ວຍຄວາມຫວັງ ແລະສິ່ງດັ່ງກ່າວອາດສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງຈາກພາຍນອກຫຼາຍພໍສົມຄວນ. ເຖິງຢ່າງໃດກໍ່ຕາມ, ເລື່ອງ ອາເມລິກາ ປະກາດຈັດວາງອັດຕາພາສີຫວ່າງມໍ່ໆມານີ້, ພ້ອມກັບການຂາດຄວາມສະຖຽນລະພາບທົ່ວໂລກພວມສືບຕໍ່ດຳເນີນໄປ, ອາດຈະສ້າງສິ່ງທ້າຍທາຍຫຼາຍພໍສົມຄວນໃຫ້ແກ່ການເຕີບໂຕຂອງຫວຽດນາມ ໃນປີນີ້.
ທ່ານ Shantanu Chakraborty ຖືວ່າ ຫວຽດນາມ ຕ້ອງນຳໃຊ້ບັນດາໂອກາດອື່ນເພື່ອພັດທະນາ. “ບັນດາຄວາມມານະພະຍາຍາມດີທີ່ສຸດຂອງຫວຽດນາມ ໃນການເປີດກວ້າງການພົວພັນຮ່ວມມືກັບບັນດາຄູ່ຄ້າຫຼັກແຫຼ່ງໄດ້ຊ່ວຍໃຫ້ຫວຽດນາມ ມີບັນດາສັນຍາການຄ້າເສລີ (FTA). ຕາມຂ້າພະເຈົ້າແລ້ວ, ຫວຽດນາມ ສາມາດນຳໃຊ້ບັນດາ FTA ທີ່ພວມມີຢູ່ແລ້ວ ເພື່ອເປີດກວ້າງຕະຫຼາດສົ່ງອອກ. ທ່າອ່ຽງພາສີເພີ່ມຂຶ້ນກໍ່ແມ່ນແງ່ມູນໃດໜຶ່ງ ແລະເມື່ອພວກເຮົາມີບັນດາສັນຍາ FTA, ມີຄວາມເປັນເອກະພາບ ແລະຂໍ້ຕົກລົງກັບບັນດາຝ່າຍ, ຄື: ລາຊະອານາຈັກ ອັງກິດ, ອີຢູ, ສ.ເກົາຫຼີ… ນີ້ແມ່ນວິທີເພື່ອໃຫ້ຫວຽດນາມ ສາມາດຍູ້ໄວການປະຕິບັດບັນດາສັນຍາ FTA ນີ້ ຫາກບໍ່ຕ້ອງເອືອຍອີງຕະຫຼາດ ອາເມລິກາ”.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ