ໜັງສືພິມຝ່າຍຂວາໃຫຍ່ທີ່ສຸດ ຂອງ ສ.ເຊັກ Nasepravda ສະບັບອອກໃນວັນທີ 10 ເມສາ ໄດ້ລົງບົດຂຽນ “ການພົວພັນ ສ.ເຊັກ - ຫວຽດນາມ: ບັນດາຈຸດພົ້ນເດັ່ນກ່ຽວກັບເສດຖະກິດ ແລະການທູດ”. ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ ເຫດການຍົກລະດັບການພົວພັນ ສ.ເຊັກ - ຫວຽດນາມ ຈະສ້າງຫຼາຍໂອກາດໃຫ້ແກ່ວິສາຫະກິດ ສ.ເຊັກ ເມື່ອມາລົງທຶນຢູ່ປະເທດ ອາຊີຕາເວັນອອກສ່ຽງໃຕ້ນີ້, ຍ້ອນວ່າ ເສດຖະກິດ ຫວຽດນາມຈະສືບຕໍ່ແມ່ນຈຸດພົ້ນເດັ່ນຂອງພາກພື້ນ ອາຊີ - ປາຊີຟິກໃນປີ 2025.

leftcenterrightdel
ບົດຂຽນໂດຍໜັງສືພິມ Nasepravda ເອົາລົງໃນເວັບໄຊ. ພາບ: Nasepravda

ບົດຂຽນໄດ້ຕີລາຄາວ່າການຟື້ນຟູຢ່າງແຮງໃນປີ 2024 ຈະສ້າງຮາກຖານຢ່າງໝັ້ນແກ່ນໃຫ້ແກ່ການເຕີບໂຕຂອງຫວຽດນາມ ໃນປີນີ້. ປີ 2025, ສະພາແຫ່ງຊາດຫວຽດນາມ ວາງຄາດໝາຍການເຕີບໂຕ GDP ເພີ່ມຂຶ້ນເຖິງ 6,5% - 7%, ໃນຂະນະນັ້ນ ລັດຖະບານກຳນົດຄາດໝາຍລື່ນກາຍ 8%, ເຊິ່ງແມ່ນຕົວເລກທີ່ເປັນໜ້າຊື່ນຊົມ. ບົດຂຽນຖືວ່າ ໃນປີໜຶ່ງທີ່ໂລກເຕັມໄປດ້ວຍການຜັນແປ, ຫວຽດນາມ ຍັງຮັກສາໄດ້ການເຕີບໂຕເສດຖະກິດຢູ່ລະດັບເປັນໜ້າເຄົາລົບນັບຖື, ຖານະບົດບາດຂອງປະເທດນັບມື້ນັບໄດ້ຮັບການຍົກຂຶ້ນຢູ່ພາກພື້ນ ແລະໂລກ.

ໂດຍ: ກວຽດເຕິມ