ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ-ກຳປູເຈຍ-ລາວ
ປະຈຸບັນ, ມີນັກສຶກກຳປູເຈຍ ແລະ ລາວ 21 ຄົນພວມດຳລົງຊີວິດ, ຮ່ຳຮຽນຢູ່ມະຫາວິທະຍາໄລ ອານຢາງ.
ຕອນເຊົ້າວັນທີ 11 ເມສາ, ຄະນະຊາວໜຸ່ມແຂວງອານຢາງ ໄດ້ຈັດການພົບປະ, ມອບຂອງຂວັນໃຫ້ແກ່ນັກສຶກສາ ກຳປູເຈຍ, ລາວ ພວມຮ່ຳຮຽນຢູ່ແຂວງ ອານຢາງ ແລະ ບັນດາພະນັກງານຄະນະຊາວໜຸ່ມ, ສະມາຄົມຊາວໜຸ່ມ, ກອງເຍົາວະຊົນທີ່ເປັນຊາວເຜົ່າຂະແມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ Chol Chnam Thmay ແລະບຸນປີໃໝ່ລາວ 2025.
    |
 |
ພາບປະກອບຄັດຈາກສໍານັກຂ່າວສານຫວຽດນາມ. |
ໂດຍໄດ້ສົ່ງຄຳອວນພອນປີໃໝ່ມາຍັງບັນດາຜູ້ແທນ, ທ່ານ ໂດ້ມິນຊາງ, ຮອງເລຂາຄະນະຊາວໜຸ່ມແຂວງ, ປະທານສະຫະພັນຊາວໜຸ່ມ ຫວຽດນາມ ແຂວງ ອານຢາງ ໄດ້ເນັ້ນໜັກວ່າ ນ້ຳໃຈສາມັກຄີ, ມິດຕະພາບ, ການຊ່ວຍເຫຼືອລະຫວ່າງ ຫວຽດນາມ-ກຳປູເຈຍ-ລາວ ແມ່ນປັດໄຈຮັບປະກັນໄຊຊະນະໃນການສ້າງສາ, ພັດທະນາ, ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດໃນປະຫວັດສາດ, ປະຈຸບັນ ແລະໃນອະນາຄົດ.
ປະຈຸບັນ, ມີນັກສຶກ ກຳປູເຈຍ ແລະ ລາວ 21 ຄົນພວມດຳລົງຊີວິດ, ຮ່ຳຮຽນຢູ່ມະຫາວິທະຍາໄລ ອານຢາງ (ມະຫາວິທະຍາໄລແຫ່ງຊາດໂຮ່ຈີມິນ) ຊື່ງແມ່ນຂົວຕໍ່ ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບຖານບ້ານໃກ້ເຮືອນຄຽງລະຫວ່າງສາມປະເທດ ຫວຽດນາມ-ກຳປູເຈຍ-ລາວ.
ແຫຼ່ງຄັດຈາກ: vovworld.vn