ເຫດການ ໂດຍພະແນກອຸດສາຫະກໍາ ແລະການຄ້າ ນະຄອນຮ່າໂນ້ຍ, ກົມນະວັດຕະກໍາ ແລະ AT Media ຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງອົງການຮ່ວມມືສາກົນເຢຍລະມັນ (GIZ), ໂຄງການຄູ່ຮ່ວມຫັນປ່ຽນພະລັງງານອາຊີຕາເວັນອອກສ່ຽງໃຕ້ (ETP) ຂຶ້ນກັບຫ້ອງການບໍລິການ ໂຄງການສະຫະປະຊາຊາດ (UNOPS). ດ້ວຍຫົວຂໍ້ “ຫັນເປັນສີຂຽວ - ອະນາຄົດສີຂຽວ”, ເຫດການ ໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນ, ອົງການຈັດຕັ້ງ ແລະວິສາຫະກິດນັບຫຼາຍພັນຄົນ.

leftcenterrightdel
ບັນດາຜູ້ແທນ ປະຕິບັດພິທີປຸກລະດົມການມອບໄຟ 1 ຊົ່ວໂມງ ເພື່ອໜ່ວຍ ໂລກ ປີ 2025. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີປຸກລະດົມ, ສະຫາຍນາງ ຫວູຈີມາຍ, ຜູ້ຕາງໜ້າໂຄງການໜູນຊ່ວຍພະລັງງານ GIZ (GIZ ESP) ຂຶ້ນກັບອົງການຮ່ວມມືສາກົນເຢຍລະມັນ ໃຫ້ຮູ້ວ່າ “ການມອດໄຟ 1 ຊົ່ວໂມງ ເພື່ອໜ່ວຍໂລກ ແມ່ນໂອກາດເພື່ອໃຫ້ພວກເພື່ອນ ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະວາງທິດທາງໃນອະນາຄົດ ເຊິ່ງ ຕົນເອງ ປາດຖະໜາ. ພວກເພື່ອນແມ່ນກໍາລັງໜູນຂອງການປ່ຽນແປງ ແລະການເຂົ້າຮ່ວມຂອງພວກເພື່ອນ ແມ່ນຂໍກຸນແຈ ເພື່ອຫັນການພັດທະນາແບບຍືນຍົງ ໃຫ້ປະກົດຜົນເປັນຈິງໃນໄລຍະຍາວ. ແຕ່ວິວັດການຫັນປ່ຽນນີ້ ບໍ່ພຽງແຕ່ແມ່ນການມອດໄຟ 1 ຊົ່ວໂມງ ເທົ່ານັ້ນ ຫາກຍັງແມ່ນການປ່ຽນແປງຈິນຕະນາການ ອີກດ້ວຍ. ຂະນະທີ່ບັນດານະຄອນ ຄື ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະດ່ານັ້ງ ມອດໄຟ 1 ຊົ່ວໂມງ,  ນັ້ນບໍ່ພຽງແຕ່ ແມ່ນຈຸດເວລາແຫ່ງຄວາມສາມັກຄີເທົ່ານັ້ນ, ຫາກຍັງແມ່ນຄໍາຖະແຫຼງການກ່ຽວກັບຄໍາໝັ້ນສັນຍາ. ຄໍາໝັ້ນສັນຍານໍາໃຊ້ພະລັງງານໃຫ້ມີຄວາມຮັບຜິດຊອບກວ່າ, ຫຼຸດຜ່ອນຄວາມຟຸມເຟືອຍ ແລະປະຢັດພະລັງງານໃນການເຄື່ອນໄຫວປະຈຳວັນ”.

ສະຫາຍນາງ ເລແອັງທື ຮອງປະທານຄະນະກໍາມະການປະຊາຊົນເມືອງ ຮວ່ານກ໋ຽມ ແບ່ງປັນວ່າ “ຂ້າພະເຈົ້າ ຫວັງວ່າ ເຫດການນີ້ຈະເປີດສາກການສົ່ງແຮງບັນດານໃຈຢ່າງແຮງ ເພື່ອໃຫ້ທຸກຄົນ ອຸທິດສ່ວນເພື່ອຮ່າໂນ້ຍ ຂຽວກວ່າ, ປະເທດຫວຽດນາມ ຂຽວກວ່າ ແລະໜ່ວຍໂລກ ທີ່ແຂງແຮງກວ່າ”. 

leftcenterrightdel
ຖີບລົດເພື່ອກຳເນີດໄຟຟ້າ. ພາບ: qdnd.vn

ສະຫາຍ ຟ້າມເທ໋ຢຸ້ງ ຮອງຫົວໜ້າກົມນະວັດຕະກໍາ (ກະຊວງວິທະຍາສາດ ແລະເຕັກໂນໂລຊີ) ເນັ້ນໜັກວ່າ ເຫດການມອດໄຟ 1 ຊົ່ວໂມງ ເພື່ອໜ່ວຍ ໂລກ  2025 ແມ່ນໂອກາດເພື່ອໃຫ້ຊຸມຊົນພ້ອມກັນກະທໍາ, ແຜ່ຂະ ຫຍາຍບັນດາຄຸນຄ່າກ່ຽວກັບການນໍາໃຊ້ພະລັງງານສະອາດ, ນະວັດຕະກໍາ ແລະນໍາໃຊ້ເຕັກໂນໂລຊີສີຂຽວເຂົ້າໃນຊີວິດການເປັນຢູ່. ຜ່ານບັນດາຂໍ້ລິເລີ່ມ ໃນພຶດຕິກໍາຕົວຈິງ ແລະການຮ່ວມແຮງຮ່ວມໃຈຂອງທຸກໆຄົນ, ທຸກອົງການ ຈັດຕັ້ງ, ພວກເຮົາ ສາມາດສ້າງການປ່ຽນແປງທີ່ແທດຈິງ, ມຸ່ງໄປເຖິງອະນາ ຄົດສີຂຽວ ແລະຍືນຍົງກວ່າ”. 

ໂດຍ: ໄຊຊະນະ