ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ສະເໜີຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືອັນດີງາມລະຫວ່າງສອງພັກໃຫ້ຫຼາຍກ່ວາອີກ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ການພັດທະນາການພົວພັນສອງປະເທດ. ທ່ານຮອງປະທານສະພາແຫ່ງຊາດ ຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນກັບ ສີລັງກາ ກ່ຽວກັບບົດຮຽນປະສົບການໃນການຄຸ້ມຄອງ, ສ້າງສາ ແລະ ພັດທະນາປະເທດຊາດ ແລະ ຮັບເອົາບັນດາຄຳເຫັນຂອງພັກກອມມູນິດ ສີລັງກາ ກ່ຽວກັບການໜູນຊ່ວຍບຳລຸງສ້າງໃຫ້ແກ່ພະນັກງານຂອງພັກ, ໃຫ້ຮູ້ວ່າ ຈະແລກປ່ຽນກັບບັນດາອົງການທີ່ກ່ຽວຂ້ອງເພື່ອຜັນຂະຫຍາຍ.

leftcenterrightdel
ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ເຮັດວຽກກັບ ທ່ານເລຂາທິການໃຫຍ່ ພັກກອມມູນິດ ສີລັງກາ Weerasinghe Geeganage. ພາບ: vov.vn

ສ່ວນທ່ານ Weerasinghe Geeganage ໄດ້ເນັ້ນໜັກວ່າ ຜົນສຳເລັດຂອງ ຫວຽດນາມ ຍາມໃດກໍ່ເປັນແບບຢ່າງ ແລະ ແຫຼ່ງບັນດານໃຈທີ່ຍິ່ງໃຫຍ່ສຳລັບພັກກອມມູນິດ ແລະ ກຳມະກອນຜູ້ອອກແຮງງານໃນໂລກ. ທ່ານເລຂາທິການໃຫຍ່ Weerasinghe Geeganage ປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນລະຫວ່າງສອງພັກໃຫ້ຫຼາຍກວ່າອີກ, ປະກອບສ່ວນເຂົ້າໃນການນຳການພົວພັນລະຫວ່າງ ຫວຽດນາມ ແລະ ສີລັງກາ ຂຶ້ນສູ່ລະດັບສູງໃໝ່, ທ່ານສະເໜີໃນໄລຍະຈະມາເຖິງ ສອງພັກຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນປະສົບການກ່ຽວກັບແນວທາງ, ນະໂຍບາຍໃນການກໍ່ສ້າງພັກ.

ແຫຼ່ງຄັດຈາກ: vovworld.vn