ປັນຍາຊົນຫວຽດນາມ ອາໄສຢູ່ ອັງກິດ ໃຫ້ຄຳປຶກສານະໂຍບາຍພັດທະນາສູນການເງິນສາກົນ
VIS ປາດຖະໜາ ແລະສາມາດປະກອບສ່ວນເຂົ້າໃນວິວັດການກໍ່ສ້າງ ແລະພັດທະນາສູນການເງິນສາກົນຢູ່ ຫວຽດນາມ ຜ່ານການເຄື່ອນໄຫວບຳລຸງສ້າງລົງເລິກຂະແໜງ, ຄົ້ນຄ້ວານະໂຍບາຍ ແລະເຊື່ອມຕໍ່ເຄືອຂ່າຍປັນຍາຊົນ.
ຫວຽດນາມ ມີຄວາມສາມາດບົ່ມຊ້ອນໃຫຍ່ເພື່ອກາຍເປັນສູນການເງິນສາກົນສຳຄັນໃນພາກພື້ນ ແລະ ໂລກ. ເຖິງຢ່າງໃດກໍຕາມ, ເພື່ອຫັນຄວາມສາມາດບົ່ມຊ້ອນນີ້ໃຫ້ປະກົດຜົນເປັນຈິງ, ຕ້ອງມີຍຸດທະສາດພັດທະນາຢ່າງຈະແຈ້ງ, ຮັບປະກັນບັນດາປັດໄຈພື້ນຖານຄື ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ໂປງໃສ, ມີແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ມີພື້ນຖານໂຄງລ່າງການເງິນທີ່ທັນສະໄໝ, ຕະຫຼາດການເງິນທີ່ເຂັ້ມແຂງ ແລະ ມີເຄື່ອງໝາຍການຄ້າສາກົນ.
    |
 |
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ພົບປະກັບສະມາຄົມປັນຍາຊົນ ຫວຽດນາມ ຢູ່ ອັງກິດ ແລະ ອຽກລັງ (VIS). ພາບ: ສໍານັກຂ່າວສານຫວຽດນາມ |
ນີ້ແມ່ນຂໍ້ສະເໜີແນະຂອງສະມາຄົມປັນຍາຊົນ ຫວຽດນາມ ຢູ່ ອັງກິດ ແລະ ອຽກລັງ (VIS) ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອັງກິດຂອງທ່ານ. ບັນດານັກຊ່ຽວຊານ VIS ໄດ້ຍົກອອກບັນດາຂໍ້ສະເໜີແນະກ່ຽວກັບລະບົບການເງິນທະນາຄານ, ຕະຫຼາດການເງິນ, ວິສາຫະກິດ ແລະບົດບາດໃນການຄຸ້ມຄອງບໍລິສັດ, ຍົກອອກຄວາມຈຳເປັນຂອງການລົງທຶນຢ່າງມີແບບມີແຜນເຂົ້າໃນການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ເໝາະສົມກັບແຕ່ລະໄລຍະ, ຮັບປະກັນລັກສະນະແກ້ງແຍ້ງ ແລະ ການເຊື່ອມໂຍງ.
ທ່ານປະທານ VIS, ສາດສະດາຈານ ຫງວຽນຊວນຮວນ ໃຫ້ຮູ້ວ່າ VIS ປາດຖະໜາ ແລະ ສາມາດປະກອບສ່ວນເຂົ້າໃນວິວັດການກໍ່ສ້າງ ແລະ ພັດທະນາສູນການເງິນສາກົນຢູ່ ຫວຽດນາມ ຜ່ານການເຄື່ອນໄຫວບຳລຸງສ້າງລົງເລິກຂະແໜງ, ຄົ້ນຄ້ວານະໂຍບາຍ ແລະ ເຊື່ອມຕໍ່ເຄືອຂ່າຍປັນຍາຊົນ.
ແຫຼ່ງຄັດຈາກ: vovworld.vn