ກອງປະຊຸມສໍາມະນາວິທະຍາສາດສາກົນ ຄັ້ງທີ 17 ກ່ຽວກັບທະເລຕາເວັນອອກ
ກປ.ອອນໄລ - ຕອນເຊົ້າວັນທີ 3 ພະຈິກ, ກອງປະຊຸມສໍາມະນາວິທະຍາສາດສາກົນ ຄັ້ງທີ 17 ກ່ຽວກັບທະເລຕາເວັນອອກ ດ້ວຍຫົວຂໍ້ “ຄວາມສາມັກຄີໃນສະພາບຂາດສະຖຽນລະພາບ” ໂດຍ ສະຖາບັນການທູດ ແລະບັນດາອົງການຄູ່ຮ່ວມມື ຈັດຕັ້ງ ໄດ້ໄຂຂຶ້ນທີ່ນະຄອນດ່າໜັງ.
ໃນບົດກ່າວປາໄສ, ທ່ານ ຫງວຽນແມັງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຖືວ່າ ໂລກໃນປະຈຸບັນນີ້ແມ່ນ “ບອບບາງ” ຍິ່ງກວ່າເວລາໃດໝົດ, ເກີດຂຶ້ນບັນດາສິ່ງທ້າທາຍທົ່ວໂລກ, ຄືການປະທະກັນ, ສົງຄາມ. ບັນດາຫຼັກການສ້າງເປັນຮູບປະທຳພາຍຫຼັງສົງຄາມໂລກ ຄັ້ງທີ 2 ຄື ລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ, ການຮ່ວມມືເພື່ອຜົນປະໂຫຍດລວມ ພວມມີສັນຍານຖືກ “ຫຼຸດລົງ”. ອາຊີ-ປາຊີຟິກ, ເຊິ່ງແມ່ນເຂດທີ່ຂະຫຍັນຂັນເຄື່ອນທີ່ສຸດ, ກໍ່ບໍ່ສາມາດຫຼີກລ່ຽງໄດ້ ແລະທະເລຕາເວັນອອກ ແມ່ນແຜ່ນກະຈົກສ່ອງແສງການຜັນແປຂອງທົ່ວພາກພື້ນ ແລະໂລກ. ໃນສະພາບຂາດສະຖຽນລະພາບຍັງມີຫຼາຍໂອກາດ ເພື່ອໃຫ້ບັນດາປະເທດຢືນຢັນປັດໄຈຊຸກຍູ້ຄວາມສະໜິດຕິດພັນ ແມ່ນການເຈລະຈາ, ການຮ່ວມມື ແລະເຄົາລົບກົດໝາຍສາກົນ.
    |
 |
|
ບັນຍາກາດທ່ີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຫງວຽນແມ້ງເກື່ອງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍຕໍ່ກັບນະໂຍບາຍການພົວພັນຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ. ຫວຽດນາມ ເຊີດຊູຄວາມສໍາຄັນຂອງການຮັກສາສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ, ພ້ອມທັງເຊີດຊູບົດບາດໃຈກາງຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982). ຫວຽດນາມ ໃຫ້ຄໍາໝັ້ນສັນຍາພ້ອມແລ້ວທີ່ຈະຮ່ວມມືກັບຄູ່ຮ່ວມມືທັງໝົດ ເພື່ອຮັບປະກັນບັນດາເຂດທະເລລວມ ໃຫ້ສັນຕິພາບ, ສະຖຽນລະພາບ, ວັດທະນະຖາວອນ. ຫວຽດນາມ ມີຄວາມເອກອ້າງທະນົງໃຈແມ່ນໜຶ່ງໃນ 60 ປະເທດທໍາອິດ ໃຫ້ສັດຕະຍາບັນ, ອະນຸມັດຜ່ານສັນຍາກ່ຽວກັບຄວາມຫຼາກຫຼາຍທາງຊີວະນາໆພັນນອກເໜືອເຂດສິດພິພາກສາແຫ່ງຊາດ (BBNJ), ສະແດງໃຫ້ຄໍາໝັ້ນສັນຍາທີ່ໝັ້ນຄົງ ຕໍ່ກັບກົດໝາຍສາກົນ ແລະລັດທິຫຼາຍຝ່າຍ.
ກອງປະຊຸມສໍາມະນາໄດ້ດຳເນີນເປັນເວລາສອງມື້, ແຕ່ວັນທີ 3 ຫາວັນທິີ 4 ພະຈິກ, ໂດຍສຸມໃສ່ການສົນທະນາກ່ຽວກັບສະພາບການຜັນແປຢູ່ທະເລຕາເວັນອອກ, ຍຸດທະສາດ ແລະການແກ່ງແຍ້ງລະຫວ່າງປະເທດໃຫຍ່, ທ່າອ່ຽງພັດທະນາຂອງເຕັກໂນໂລຢີທະເລ, ບົດບາດນໍາພາຂອງອາຊຽນ ແລະຄວາມສໍາຄັນຂອງຂອງ UNCLOS ຕໍ່ກັບຄວາມໝັ້ນຄົງຢູ່ທະເລ.
ໂດຍ: ໄຊນີດາ