ນຳການພົວພັນ ຫວຽດນາມ - Luxembourg ໃຫ້ຂຶ້ນສູ່ລະດັບສູງໃໝ່
ກປ.ອອນໄລ - ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງສອງປະເທດຕາມທິດຕັ້ງໜ້າ ແລະແທດຈິງ.
ໂດຍສືບຕໍ່ລາຍການເຮັດວຽກຢູ່ Luxembourg, ວັນທີ 21 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານຫວຽດນາມ ຫງວຽນຮວ່າບິ່ງ ໄດ້ມີການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ Luxembourg, Xavier Bettel.
    |
 |
ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫງວຽນຮວ່າບິ່ງ ແລະທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ Luxembourg, Xavier Bettel. ພາບ: vov.vn |
ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫງວຽນຮວ່າບິ່ງ ຊີ້ແຈ້ງວ່າ, ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ຕາມທິດຕັ້ງໜ້າ ແລະແທດຈິງ, ພິເສດແມ່ນໃນບັນດາຂົງເຂດທີ່ຫວຽດນາມ ໃຫ້ບຸລິມະສິດ, ຄື: ກໍ່ສ້າງສູນການເງິນສາກົນ, ການເງິນສີຂຽວ, ພະລັງງານສີຂຽວ, ເຕັກໂນໂລຊີສູງ… 2 ຝ່າຍຕ້ອງສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ທ່ານປາດຖະໜາວ່າ Luxembourg, ຈະສະໜັບສະໜູນຄະນະກຳມະການ ເອີລົບ (EC) ຍົກເລີກ “ບັດເຫຼືອງ” IUU ສຳລັບການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໂດຍໄວ.
ສ່ວນທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ Xavier Bettel ຕີລາຄາສູງຄວາມຕັດສິນໃຈຂອງ ຫວຽດນາມ ໃນການສ້າງ ແລະເຄື່ອນໄຫວສູນການເງິນສາກົນຢູ່ ຫວຽດນາມ, ທ່ານຢືນຢັນວ່າ, ພ້ອມແລ້ວທີ່ຈະຈັດສົ່ງຜູ້ຊ່ຽວຊານ, ໜູນຊ່ວຍບຳລຸງສ້າງໃຫ້ແກ່ ຫວຽດນາມ ເພື່ອຜັນຂະຫຍາຍໂຄງການນີ້, ກໍຄືເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດການເງິນສີຂຽວ, ພະລັງງານສີຂຽວ…
ໂດຍ: ກວຽດເຕິມ