ຈໍານວນວິສາຫະກິດ ແລະທຶນຈົດທະບຽນລ້ວນແຕ່ຫຼຸດລົງ

ສາມາດເວົ້າໄດ້ວ່າ ການວາງເປົ້າໝາຍເຕີບໂຕລວມຍອດຜະລິດຕະພັນໃນບໍລິເວນ (GRDP) ແຕ່ 8% ຂຶ້ນໄປແມ່ນສະແດງໃຫ້ເຫັນການຕັດສິນໃຈຂອງອໍານາດການປົກຄອງນະຄອນຫຼວງໃນການຮ່ວມເດີນທາງກັບທົ່ວປະເທດ ປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ, ແຕ່ວ່າສິ່ງນີ້ກໍວາງອອກສິ່ງທ້າທາຍຕ່າງໆ ເມື່ອເບິ່ງຄວາມເປັນຈິງໃນປັດຈຸບັນ.

ຕາມຂໍ້ມູນຈາກອົງການສະຖິຕິ, ໄລ່ລວມ 2 ເດືອນຕົ້ນປີ 2025, ນະຄອນຮ່າໂນ້ຍ ໄດ້ອອກໃບຢັ້ງຢືນໃຫ້ແກ່ 3.294 ວິສາຫະກິດສ້າງຕັ້ງໃໝ່ ດ້ວຍທຶນຈົດທະບຽນແມ່ນ 20.000 ກວ່າຕື້ດົ່ງ, ຫຼຸດລົງ 18% ກ່ຽວກັບຈໍານວນວິສາຫະກິດ ແລະຫຼຸດລົງ 50,3% ກ່ຽວກັບທຶນຈົດທະບຽນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; 13.000 ກວ່າວິສາຫະກິດທີ່ລົງທະບຽນໂຈະການເຄື່ອນໄຫວ, ເພີ່ມຂຶ້ນ 20,2% ແລະ 977 ວິສາຫະກິດຍຸບເລີກ, ເພີ່ມຂຶ້ນ 29% ເມື່ອທຽບໃສ່ໄລຍະດຽວກັນ.

leftcenterrightdel
ມູມໜຶ່ງຂອງນະຄອນຮ່າໂນ້ຍ ເບິ່ງຈາກບ່ອນສູງ. ພາບ: ຫງວຽນນາມ.

ຕີລາຄາຄວາມກົດດັນ ແລະຄວາມຫຍຸ້ງຍາກຕໍ່ກັບນະຄອນຮ່າໂນ້ຍ ໃນການປະຕິບັດເປົ້າໝາຍເຕີບໂຕ, ຕາມທ່ານ ປອ ຫງວຽນດິ່ງກຸງ ຊ່ຽວຊານເສດຖະກິດ ໃຫ້ຮູ້ວ່າ ການເຕີບໂຕ GRDP ຂອງນະຄອນ ພວມຫຼຸດລົງ, ສະເລ່ຍໄລຍະ 2011-2015 ບັນລຸ 7,35%; ໄລຍະ 2016-2020 ບັນລຸ 7% ແລະໄລຍະ 2021-2024 ບັນລຸ 6,44%. ເພື່ອບັນລຸລະດັບເຕີບໂຕ 8,5% ໃຫ້ແກ່ໄລຍະ 2021-2030 ຕາມການວາງແຜນຜັງພັດທະນານະຄອນ ນັ້ນໃນຊຸມປີທີ່ຍັງເຫຼືອ, ສະເລ່ຍຕ້ອງບັນລຸ 10%.

ຄຽງຂ້າງບັນດາປັດໄຈທີ່ກ່າວມາຂ້າງເທິງ, ບາງຂົງເຂດດໍາເນີນທຸລະກິດຂອງນະຄອນຮ່າໂນ້ຍ ຍັງປະສົບຄວາມຫຍຸ້ງຍາກຈໍານວນໜຶ່ງ, ຕາມທ່ານ ເດົ້າແອັງຕ໊ວນ ຮອງເລຂາທິການໃຫຍ່, ຫົວໜ້າຄະນະກົດໝາຍ, ສະຫະພັນການຄ້າ ແລະອຸດສາຫະກໍາຫວຽດນາມ (VCCI), ຮ່າໂນ້ຍ ມີລະດັບເຕີບໂຕສູງ ຢູ່ໃນການຂາຍຍ່ອຍ, ການເງິນ, ທະນາຄານ, ອະສັງຫາລິມະຊັບ ແຕ່ຍັງບໍ່ມີບັນດາສູນການເງິນສາກົນຂະໜາດໃຫຍ່ ເທື່ອ...

ສູ້ຊົນໃຫ້ອັດຕາວິສາຫະກິດປ່ຽນແປງໃໝ່ປະດິດສ້າງ ບັນລຸກວ່າ 50%

ຕາມບັນດານັກຊ່ຽວຊານ, ໃນສະເພາະໜ້າ, ຮ່າໂນ້ຍ ຕ້ອງຍູ້ແຮງການປ່ອຍເງິນລົງທຶນສາທາລະນະ; ແກ້ໄຂຂໍ້ຕິດຂັດດ້ານນິຕິກໍາໃຫ້ແກ່ບັນດາໂຄງການ, ຂຸດຄົ້ນແຫຼ່ງກໍາລັງທີ່ພວມຄົງຄ້າງ, ພ້ອມກັນນັ້ນ, ລະດົມບັນດາແຫຼ່ງກໍາລັງລົງທຶນໃຫ້ແກ່ຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະປ່ຽນແປງໃໝ່ປະດິດສ້າງ, ສ້າງລະບົບນິເວດໃຫ້ແກ່ການປ່ຽນແປງໃໝ່ປະດິດສ້າງ.

ເພື່ອເພີ່ມທະວີການບໍລິໂລກຢູ່ພາຍໃນ, ທ່ານ ເດົ້າແອັງຕ໊ວນ ຖືວ່າ ຕ້ອງມີມາດຕະການຕ່າງໆ ເພື່ອກະຕຸກຊຸກຍູ້ການເຄື່ອນໄຫວຊື້ເຄື່ອງຂອງ, ຢາກເຮັດໄດ້ຄືແນວນັ້ນ ຕ້ອງສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພກ. ພ້ອມກັນນັ້ນ, ຮ່າໂນ້ຍ ຕ້ອງພັດທະນາອຸດສາຫະກໍາເຕັກໂນໂລຊີສູງ, ອຸດສາຫະກໍາປຸງແຕ່ງ, ປະດິດສ້າງເພື່ອຫຼຸດຜ່ອນການອີງໃສ່ການບໍລິການ; ຊຸກຍູ້ການປ່ຽນແປງໃໝ່ ປະດິດສ້າງ, ຫັນເປັນດີຈີຕອນໃນບັນດາຂະແໜງຜະລິດ ເພື່ອສ້າງມູນຄ່າເພີ່ມສູງກວ່າ. ເປີດກວ້າງພື້ນຖານໂຄງລ່າງເຂດອຸດສາຫະກໍາ, ຍູ້ແຮງກະສິກໍາເຕັກໂນໂລຊີສູງ, ພັດທະນາລະບົບຄຸນຄ່າຜະລິດຕະພັນກະເສດເພື່ອເພີ່ມມູນຄ່າສົ່ງອອກ; ມີກົນໄກຄວບຄຸມຕະຫຼາດອະສັງຫາລິມະຊັບ, ຫຼີກເວັ້ນການກັກຕຸນ, ຮັບປະກັນການພັດທະນາແບບຍືນຍົງ.

ເນັ້ນໜັກເຖິງມາດຕະການຕ້ອງປະຕິບັດໃນໄລຍະຈະມາເຖິງ, ທ່ານ ເຈິ່ນສີແທັງ ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ, ນະຄອນ ຕ້ອງສືບຕໍ່ຍູ້ແຮງການຜັນຂະຫຍາຍປະຕິບັດມະຕິເລກທີ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະຫັນເປັນດີຈີຕອນແຫ່ງຊາດ. ປະຕິບັດການໜູນຊ່ວຍວິສາຫະກິດຈໍານວນໜຶ່ງທີ່ຜັນຂະຫຍາຍການເຄື່ອນໄຫວດ້ານນະວັດຕະກໍາຢ່າງມີປະສິດທິຜົນ, ສູ້ຊົນໃຫ້ອັດຕາວິສາຫະກິດປ່ຽນແປງໃໝ່ປະດິດສ້າງບັນລຸກວ່າ 50%. ພ້ອມກັນນັ້ນ, ເພີ່ມທະວີການຫັນເປັນດີຈີຕອນ, ພັດທະນາພື້ນຖານໂຄງລ່າງໃຫ້ແກ່ອຸດສາຫະກໍາເຕັກໂນໂລຊີດີຈີຕອນ, ຈາກນັ້ນເປັນພື້ນຖານໃຫ້ແກ່ການພັດທະນາອຳນາດການປົກຄອງດີຈີຕອນ, ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ພົນລະເມືອງດີຈີຕອນ. ສ້າງກົນໄກ, ນະໂຍບາຍ, ມາດຕະການລະອຽດເພື່ອໜູນຊ່ວຍ, ສົ່ງເສີມແນໃສ່ເພີ່ມທະວີການດຶງດູດການລົງທຶນເຂົ້າໃນບັນດາຂະແໜງການ, ຂົງເຂດໃໝ່, ເຕັກໂນໂລຊີສູງ ຄື chip semiconductor, ປັນຍາປະດິດ, ອິນເຕີແນັດຊັບພະສິ່ງ. ປະຕິບັດໂຄງການ ຫັນເປັນດີຈີຕອນນະຄອນຮ່າໂນ້ຍ ຮອດປີ 2035, ກໍານົດທິດຮອດປີ 2030 ຢ່າງມີປະສິດທິຜົນ; ຊຸກຍູ້ການພັດທະນາເສດຖະກິດດີຈີຕອນ, ສົ່ງເສີມວິສາຫະກິດຍູ້ແຮງການນໍາໃຊ້ການບໍລິການດີຈີຕອນເຂົ້າໃນຂົງເຂດການຄ້າ, ການບໍລິການ, ຈາກນັ້ນສູ້ຊົນນໍາອັດຕາຖ່ວງເສດຖະກິດດີຈີຕອນ ໃນ GRDP ໃຫ້ບັນລຸ 30%.

ໂດຍ: ໄຊຊະນະ