ຕອນເຊົ້າວັນທີ 12 ກຸມພາ, ໃນງານປະກາດບົດລາຍງານຫວນຄືນ-ອັບເດັດສະພາບເສດຖະກິດ ຫວຽດນາມ, ກຳປູເຈຍ ແລະ ລາວ, ທ່ານນາງ Mariam J.Sherman, ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ, ລາວ ແລະ ກຳປູເຈຍ ໃຫ້ຂໍ້ສັງເກດວ່າ: ປະສິດທິຜົນການເຄື່ອນໄຫວຂອງພື້ນຖານເສດຖະກິດ ຫວຽດນາມ ຈະເປັນປົກກະຕິໃນອະນາຄົດອັນໃກ້ໆນີ້.

leftcenterrightdel
ພາບປະກອບຈາກ: vovworld.vn

ຕາມການຄາດຄະເນຂອງທະນາຄານໂລກ, ການເຕີບໂຕຂອງ ຫວຽດນາມ ຄາດວ່າບັນລຸ 6,8% ໃນປີ 2025 ກ່ອນທີ່ຈະຮັກສາລະດັບເປັນປົກກະຕິໃນປີ 2026. ທະນາຄານໂລກຄາດຄະເນວ່າ ບັນດາການເຄື່ອນໄຫວເສດຖະກິດ ແລະການບໍລິການພາຍໃນປະເທດຈະໝັ້ນຄົງກ່ວາໃນປີ 2025 ແລະ 2026 ຂະນະທີ່ຕະຫຼາດອະສັງຫາລິມະສັບຄ່ອຍໆເອົາຄືນທ່າຟື້ນຟູ.  ທ່ານນາງ Mariam J.Sherman, ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ, ລາວ ແລະ ກຳປູເຈຍ ຖືວ່າ:

ເພື່ອຮັກສາ ແລະ ເພີ່ມທະວີແງ່ຫວັງເສດຖະກິດ, ຫວຽດນາມ ສາມາດສືບຕໍ່ສ້າງຈຸດນັດພົບທີ່ດຶງດູດບັນດາວິສາຫະກິດ. ຍິ່ງໄປກ່ວານັ້ນ, ການໜູນຊ່ວຍບັນດາການເຄື່ອນໄຫວ ແລະການບໍລິການພາຍໃນປະເທດ ຈະນັບມື້ນັບມີຄວາມສຳຄັນ ເພື່ອຊຸກຍູ້ການເຕີບໂຕ. ດ້ວຍວິທີຊຸກຍູ້ສະພາບແວດລ້ອມທີ່ສະດວກດີ, ໜູນຊ່ວຍວິສາຫະກິດ ແລະ ສົ່ງເສີມການໃຊ້ສອຍເອກະຊົນ, ຫວຽດນາມ ສາມາດສ້າງຄວາມທົນທານໃຫ້ແກ່ພື້ນຖານເສດຖະກິດ.

ແຫຼ່ງຄັດຈາກ: vovworld.vn