ສື່ມວນຊົນນິວຊີແລນ ຕີລາຄາສູງລະດັບເຕີບໂຕດ້ານເສດຖະກິດຂອງຫວຽດນາມ
ກປ.ອອນໄລ - ວັນທີ 12 ມີນາ, ເວັບໄຊຂ່າວ rnz.co.nz (ນິວຊີແລນ) ໄດ້ລົງພິມບົດຂຽນຂອງນັກຂ່າວ Alexia Russell ດ້ວຍຫົວຂໍ້ວ່າ “ເຫດຜົນທີ່ພວກເຮົາ ຢາກເປັນເພື່ອນກັບຫວຽດນາມ”, ໃນນັ້ນໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ ແລະພວມຊຸກຍູ້ການພົວພັນດ້ານການຄ້າຫຼາຍຢ່າງ, ໃນນັ້ນມີນິວຊີແລນ.
ຕາມບົດຂຽນແລ້ວ, ໃນປະຈຸບັນ ຫວຽດນາມ ຍັງແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ມີຄວາມດຶງດູດທີ່ສຸດໃນໂລກ, ດ້ວຍນັກທ່ອງທ່ຽວສາກົນເພີ່ມຂຶ້ນ 43% ເມື່ອທຽບໃສ່ປີກາຍ, ດ້ວຍລັກສະນະທີ່ຈັບອົກຈັບໃຈ ແລະດຶງດູດຫຼາຍຢ່າງດ້ານຄ່າໃຊ້ຈ່າຍ, ທັດຊະນີຍະພາບທຳມະຊາດ ແລະ ອາຫານການກິນ. ນັບແຕ່ເດືອນກັນຍາ 2025 ເປັນຕົ້ນໄປ, ນັກທ່ອງທ່ຽວນິວຊີແລນ ຈະມາຢາມທ່ອງທ່ຽວຢູ່ຫວຽດນາມ ໄດ້ງ່າຍກວ່າ ເມື່ອມີສາຍການບິນ Vietjet ເລີ່ມຈັດຖ້ຽວບິນລະຫວ່າງ Auckland ກັບນະຄອນໂຮ່ຈີມິນ.
    |
 |
ຂະແໜງຕໍ່າແຜ່ນຕັດຫຍິບປະກອບສ່ວນຫຼາຍຢ່າງໃຫ້ການເຕີບໂຕດ້ານເສດຖະກິດ. ພາບ: ສໍານັກຂ່າວສານຫວຽດນາມ |
ນອກຈາກນັ້ນ, ການພົວພັນອັນສະໜິດສະໜົມລະຫວ່າງນິວຊີແລນ ແລະຫວຽດນາມ ບໍ່ພຽງແຕ່ໃນຂົງເຂດທ່ອງທ່ຽວ ຫຼືເລືື່ອງນັກສຶກສາ ຫວຽດນາມ ທີ່ໄປຮໍ່າຮຽນຢູ່ມະຫາວິທະຍາໄລ ນິວຊີແລນ ເທົ່ານັ້ນ. ໃນການຢ້ຽມຢາມຫວຽດນາມ ຫວ່າງແລ້ວນີ້, ທ່ານ Christopher Luxon ນາຍົກລັດຖະມົນຕີນິວຊີແລນ ໄດ້ລົງນາມໃນສັນຍາຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ, ເປີດເສັ້ນທາງໃຫ້ບັນດາວິສາຫະກິດນິວຊີແລນ ແຊກຊຶມເຂົ້າຕະຫຼາດຫວຽດນາມ ທີ່ກໍາລັງພັດທະນາຢ່າງແຂງແຮງ.
ການພົວພັນລະຫວ່າງຫວຽດນາມ ກັບ ນິວຊີແລນ ນັບມື້ນັບພັດທະນາ. ນັບແຕ່ປີ 2017 ເປັນຕົ້ນມາ, ການຄ້າສອງສົ້ນໄດ້ເພີ່ມຂຶ້ນ 123% ແລະໃນປະຈຸບັນ ຫວຽດນາມ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 14 ຂອງນິວຊີແລນ. ທ່ານ Mark Piper ຜູ້ອຳນວຍການບໍລິຫານສະຖາບັນຄົ້ນຄ້ວາພືດ ແລະສະບຽງອາຫານ ໃຫ້ຂໍ້ສັງເກດວ່າ: “ບາງເທື່ອ ຫວຽດນາມ ອາດຈະເປັນປະເທດໜຶ່ງທີ່ຄົນຍັງບໍ່ທັນຮູ້ຈັກຫຼາຍ.”
ໃນຂະນະນັ້ນທ່ານ Giles Dexter, ນັກຂ່າວຂອງສໍານັກຂ່າວ RNZ ຜູ້ທີ່ຕິດຕາມໄປນຳກັບທ່ານ Christopher Luxon ນາຍົກລັດຖະມົນຕີນິວຊີແລນ ໃນການຢ້ຽມຢາມຫວຽດນາມ ໃຫ້ຂໍ້ສັງເກດວ່າ ສັນຍາຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດມີຄວາມໝາຍວ່າເປີດໂອກາດຮ່ວມມືທີ່ແທດຈິງຫຼາຍຢ່າງກວ່າ, ໃນສະພາບທີ່ມີວິສາຫະກິດນິວຊີແລນ ຫຼາຍແຫ່ງຢາກແຊກຊຶມເຂົ້າຕະຫຼາດຫວຽດນາມ.
ໂດຍ: ທູຈາງ