ໃນຂອບເຂດຂອງລາຍການ, ບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມຂອງບັນດາກົມກອງໄດ້ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍ ແລະ ແທດຈິງ, ຄື: ໂຄສະນາກ່ຽວກັບອະທິປະໄຕເຂດຊາຍແດນທະເລ ແລະໝູ່ເກາະ; ກົດໝາຍຈະລາຈອນທາງບົກ; ບາງມາດຕະການປະຖົມພະຍາບານໃຫ້ຜູ້ຖືກອຸບັດຕິເຫດໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມຕາແສງຖ້ວນອານ 100 ຄົນ; ມອບທຸງຊາດ ແລະຂອງຂວັນ 10 ພູດ ໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ຊາວປະມົງໜຸ່ມທີ່ຕັ້ງໜ້າເຂົ້າຮ່ວມການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນທະເລໝູ່ເກາະ; ມອບທຶນການສຶກສາ “ຊ່ວຍນ້ອງໄປໂຮງຮຽນ” 4 ທຶນ, ມອບຂອງຂວັນ 2 ພູດ ໃນຮູບແບບ “ໄຫເຂົ້າແຫ່ງຄວາມຮັກ”, “ລູກລ້ຽງຂອງຄ້າຍທະຫານຊາຍແດນ”; ມອບເສື້ອຍືດ 100 ຜືນ ແລະຕູ້ຢາ 1 ຕູ້ ໃຫ້ຄ້າຍທະຫານຊາຍແດນດ່ານທ່າກໍາປັ່ນ ຖ້ວນອານ.

leftcenterrightdel
ຜູ້ຕາງໜ້າບັນດາກົມກອງມອບຂອງຂວັນໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມ ແລະຊາວປະມົງໜຸ່ມ ຕາແສງຖ້ວນອານ. ພາບ: qdnd.vn
leftcenterrightdel
ມອບເສື້ອ ແລະຢາ ໃຫ້ຄ້າຍທະຫານຊາຍແດນດ່ານທ່າກໍາປັ່ນ ຖ້ວນອານ. ພາບ: qdnd.vn
leftcenterrightdel
ໜ່ວຍຊາວໜຸ່ມ ຂອງບັນດາກົມກອງລົງມືກໍ່ສ້າງກິດຈະກໍາ “ສະໜາມກິລາ” ມອບໃຫ້ໜ່ວຍຊາວໜຸ່ມຄ້າຍທະຫານຊາຍແດນດ່ານທ່າກໍາປັ່ນ ຖ້ວນອານ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ບັນດາກົມກອງຍັງໄດ້ປູກຕົ້ນໄມ້ເພື່ອຕອບສະໜອງຂະບວນການ “ວັນອາທິດສີຂຽວ” ປີ 2025; ຈັດຕັ້ງການລົງມືກໍ່ສ້າງ ແລະມອບກິດຈະກໍາກໍ່ສ້າງສະໜາມກິລາ ແລະ ກິດຈະກຳ “ສວນດອກເໝີຍຊາວໜຸ່ມ” ໃຫ້ແກ່ໜ່ວຍຊາວໜຸ່ມຄ້າຍທະຫານຊາຍແດນດ່ານທ່າກຳປັ່ນ ຖ້ວນອານ.

leftcenterrightdel
ມອບຂອງຂວັນໃຫ້ແກ່ປະຊາຊົນ ແລະນັກຮຽນ ໃນລາຍການ. ພາບ: qdnd.vn
leftcenterrightdel
ໜ່ວຍຊາວໜຸ່ມຂອງບັນດາກົມກອງ ປູກຕົ້ນໄມ້ຕອບສະໜອງຂະບວນການ ວັນອາທິດສີຂຽວ ປີ 2025. ພາບ: qdnd.vn

ລາຍການດັ່ງກ່າວປະກອບສ່ວນເສີມຂະຫຍາຍຈິດໃຈປະຈັນບານ, ອາສາສະໝັກຂອງໄວໜຸ່ມໃນການພັດທະນາເສດຖະກິດ-ສັງຄົມ, ກໍ່ສ້າງຊົນນະບົດໃໝ່ ແລະຕົວເມືອງສີວິໄລ; ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຮັບປະກັນຊີວິດສັງຄົມຢູ່ເຂດປະສົບກັບຄວາມຫຍຸ້ງຍາກ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ແລະໝູ່ເກາະ. ພ້ອມທັງ, ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີ ລະຫວ່າງສະມາຊິກຊາວໜຸ່ມ ກັບພະນັກງານ, ນັກຮົບ ແລະ ປະຊາຊົນທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ຢູ່ເຂດຊາຍແດນ.

ໂດຍ:  ທູຈາງ