ວິສາຫະກິດຕັດຫຍິບ ເລີ່ມດຳເນີນການຜະລິດໃນປີໃໝ່
    
    
    
        
            
ພາຍຫຼັງຊຸມວັນພັກຕ້ອນຮັບບຸນເຕັດປີມະເສັງ 2025, ວັນທີ 3 ກຸມພາ, ບັນດາວິສາຫະກິດຕັດຫຍິບໄດ້ເລີ່ມຕົ້ນການເຄື່ອນໄຫວຜະລິດຄືນໃໝ່. 
        
        
        
            
	ຕາມທ່ານ ຟ້າມຕຽນເລິມ, ຜູ້ອຳນວຍການໃຫຍ່ ບໍລິສັດໃຫຍ່ ດຶກຢາງ ແລ້ວ, ປີ 2025, ທາງບໍລິສັດສຸມໃສ່ປັບປຸງການຈັດຕັ້ງການຜະລິດ, ຍົກສູງສະມັດຕະພາບແຮງງານ ເພື່ອແນໃສ່ຍົກວົງເງິນສົ່ງອອກເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2024, ບັນລຸ 88 – 99 ລ້ານ USD.
	
		
			|     | 
		
			|  | 
		
			| ທ່ານ ເທິນດຶກຫວຽດ ຜູ້ອຳນວຍການໃຫຍ່ບໍລິສັດຕັດຫຍິບ ເລກ 10. ພາບ: baotintuc.vn | 
	
	ຢູ່ບໍລິສັດໃຫຍ່ ຕັດຫຍິບ ເລກ 10, ມີແຮງງານເກືອບ 12.000 ຄົນ ໄດ້ພ້ອມກັນເລີ່ມເຮັດວຽກໃນມື້ເຮັດວຽກທຳອິດຂອງປີມະເສັງດ້ວຍຄວາມຕັດສິນໃຈປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກເປັນຢ່າງດີທີ່ສຸດ. ຕາມທ່ານ ເທິນດຶກຫວຽດ ແລ້ວ, ປີ 2025, ທາງບໍລິສັດ ຕັດຫຍິບເລກ 10 ວາງເປົ້າໝາຍການເຕີບໂຕກວ່າ 10%.
	“ພາຍຫຼັງພິທີເປີດບໍລິສັດເຮັດວຽກມື້ທຳອິດຂອງປີ, ແຮງງານທຸກຄົນຂອງບໍລິສັດໃຫຍ່ເລກ 10 ໄດ້ສຸມໃສ່ເຮັດວຽກເພື່ອຮັບປະກັນຄວາມຄືບໜ້າຂອງໃບສັ່ງຊື້ສິນຄ້າສະບັບຕ່າງໆ. ດ້ວຍການເລີ່ມຕົ້ນຂອງລະດູບານໃໝ່ ກໍຄືບັນດາສັນຍານອັນຕັ້ງໜ້າ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຈະບັນລຸໄດ້ເປົ້າໝາຍທີ່ວາງອອກ”.
	ແຫຼ່ງຄັດຈາກ vovworld.vn