ນີ້ແມ່ນລາງວັນອັນສູງສົ່ງ ເພື່ອແນໃສ່ຮັບຮູ້ການປະກອບສ່ວນອັນໃຫຍ່ຫຼວງຂອງເພິ່ນຕໍ່ການພົວພັນຮ່ວມມື ຫວຽດນາມ - ແບນຊິກ, ພິເສດແມ່ນໃນຂົງເຂດກົດໝາຍສາກົນ.

ພິທີດັ່ງກ່າວໄດ້ມີການເຂົ້າຮ່ວມຂອງທ່ານນາງ Denise Mathy Salmon, ພັນລະຍາຂອງທ່ານ ສຈ, ລູກໆ ແລະເພື່ອນຮ່ວມງານ, ເພື່ອນມິດທີ່ສະໜິດສະໜົມຂອງ ທ່ານ ສຈ ຈຳນວນໜຶ່ງ. ຝ່າຍຫວຽດນາມ ມີທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ແບນຊິກ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະພາບເອີລົບ, ພ້ອມດ້ວຍພະນັກງານສະຖານທູດ ແລະບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳ ແບນຊິກ.

leftcenterrightdel
ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ແບນຊິກ ມອບຫຼຽນໄຊມິດຕະພາບແຫ່ງລັດຫວຽດນາມ ໃຫ້ແກ່ຄອບຄົວຂອງທ່ານ ສຈ Jean Salmon. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ແລະເນັ້ນໜັກເຖິງການປະກອບສ່ວນອັນລ້ຳຄ່າຂອງທ່ານ ສຈ Salmon ໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ແບນຊິກ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ຫຼຽນໄຊມິດຕະພາບທີ່ລັດຫວຽດນາມ ມອບໃຫ້ແມ່ນການຮັບຮູ້ທີ່ເໝາະສົມສຳລັບການປະກອບສ່ວນຢ່າງບໍ່ຢຸດຢັ້ງຂອງທ່ານ ສຈ ໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ.

ພິທີມອບຫຼຽນໄຊມິດຕະພາບໃຫ້ທ່ານ ສຈ Jean Salmon ໄດ້ສິ້ນສຸດລົງດ້ວຍບັນຍາກາດທີ່ຟົດຟື້ນ. ການຈາກໄປຂອງ ສຈ ແມ່ນຄວາມເສຍຫາຍອັນໃຫຍ່ຫຼວງຂອງປະຊາຄົມວິທະຍາສາດສາກົນ ແລະໃຫ້ແກ່ການພົວພັນມິດຕະພາບຫວຽດນາມ - ແບນຊິກ. ເຖິງຢ່າງໃດກໍຕາມ, ການປະກອບສ່ວນອັນລ້ຳຄ່າຂອງເພິ່ນຈະໄດ້ຈາລຶກໄວ້ຕະຫຼອດໄປ ແລະກາຍເປັນແຫຼ່ງບັນດານໃຈໃຫ້ຄົນລຸ້ນຫຼັງ. ຫວຽດນາມ ຍາມໃດກໍ່ຕີລາຄາສູງຄວາມຮັກແພງ ແລະການສະໜັບສະໜູນຂອງທ່ານ ສຈ Salmon.

ທ່ານ ສຈ Jean Salmon ເປັນນັກວິທະຍາສາດກົດໝາຍສາກົນທີ່ສຸຂຸມເລິກເຊິ່ງ ໄດ້ປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນການຄົ້ນຄວ້າ ແລະການສິດສອນກົດໝາຍສາກົນ. ທ່ານໄດ້ເຂົ້າຮ່ວມຫຼາຍໂຄງການຮ່ວມມືຄົ້ນຄວ້າວິທະຍາສາດ, ໃຫ້ຄຳປຶກສາດ້ານກົດໝາຍ ແລະກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຫວຽດນາມ.

ໂດຍ: ຈາງຫງວຽນ