ຢູ່ນອກກອງປະຊຸມຄັ້ງທີ 57 ຂອງສະພາສິດທິມະນຸດ ສປຊ ຢູ່ ເຊີແນວ, ປະເທດສະວິດ, ວັນທີ 29 ກັນຍາ, ທ່ານເລຂາຜູ້ປະຈຳການສະພາສັນຕິພາບໂລກ (WPC) Iraklis Tsavdaridis ຕີລາຄາວ່າ ຫວຽດນາມ ຍາມໃດກໍຖືສິດທິມະນຸດ ແລະ ການປົກປ້ອງສິດທິມະນຸດ ເປັນສຳຄັນ, ກ່ອນອື່ນໝົດແມ່ນສິດມີຊີວິດໃນສັນຕິພາບ, ສິດໄດ້ຊົມໃຊ້ສະຫວັດດີການສັງຄົມ, ສິດມີຊີວິດຢ່າງອີ່ມໜຳສຳລານສົມບູນພູນສຸກ, ສິດໄດ້ປົວແປງເງື່ອນໄຂດຳລົງຊີວິດໃນແຕ່ລະມື້. ສິ່ງດັ່ງກ່າວສາມາດເຫັນໄດ້ຢ່າງຈະແຈ້ງຜ່ານເລື່ອງ ຫວຽດນາມ ຍູ້ຖອຍສະພາບອຶດຫິວທຸກຍາກທີ່ສຸດໃນອະດີດ.

leftcenterrightdel
ທ່ານເລຂາຜູ້ປະຈຳການສະພາສັນຕິພາບໂລກ (WPC) Iraklis Tsavdaridis. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ Tsavdaridi ແລ້ວ, ນັ້ນແມ່ນຜົນງານອັນຍິ່ງໃຫຍ່ໃນສຳເນົາເອກະສານສິດທິມະນຸດຂອງ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍພວມປັບປຸງລຳດັບຕາມບັນດາມາດຕະຖານສາກົນຢ່າງໄວວາ. ທ່ານຍັງເນັ້ນໜັກຕື່ມອີກວ່າ ສະພາສັນຕິພາບໂລກຍາມໃດກໍສະໜັບສະໜູນສິດທິຂອງປະຊາຊົນຫວຽດນາມ ທີ່ໄດ້ເລືອກເສັ້ນທາງພັດທະນາ; ຢັ້ງຢືນເລື່ອງສະພາສັນຕິພາບໂລກ ເຂົ້າຮ່ວມກອງປະຊຸມຮັບຮອງເອົາຜົນການສຳຫຼວດກວດຄືນປະຈຳໄລຍະຮອບວຽນທີ IV ສຳລັບຫວຽດນາມ ແມ່ນເພື່ອແນໃສ່ສະແດງຄວາມສາມັກຄີກັບ ຫວຽດນາມ.

ໂດຍ: ກວຽດເຕິມ