ADB ອະນຸມັດຜ່ານບ້ວງເງິນຊ່ວຍເຫຼືອ 2 ລ້ານໂດລາສະຫະລັດ ເພື່ອຊ່ວຍຫວຽດນາມ ຮັບມືກັບໄພທຳມະຊາດຍ້ອນພາຍຸຢາກີ
    
    
    
        
            
ທະນາຄານພັດທະນາອາຊີ (ADB) ຫາກໍ່ອະນຸມັດຜ່ານບ້ວງເງິນຊ່ວຍເຫຼືອຈຳນວນ 2 ລ້ານໂດລາສະຫະລັດ ເພື່ອໜູນຊ່ວຍລັດຖະບານຫວຽດນາມ ສະໜອງບັນດາການບໍລິການຊ່ວຍບັນເທົ່າທຸກຢ່າງຮີບດ່ວນ ແລະມະນຸດສະທຳໃຫ້ແກ່ປະຊາຊົນທີ່ຖືກຜົນສະທ້ອນຍ້ອນພາຍຸຢາກີ, ທາງພາກເໜືອຫວຽດນາມ.
        
        
        
            
	ທ່ານ Shantanu Chakraborty ຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ບ້ວງເງິນຊ່ວຍເຫຼືອຂອງ ADB ຈະໜູນຊ່ວຍບັນດາຄວາມມານະພະຍາຍາມເພື່ອຮັບມືຂອງລັດຖະບານຢ່າງກວ້າງຂວາງກວ່າ ແນໃສ່ສະໜອງການບັນເທົ່າທຸກມະນຸດສະທຳໃນທັນທີ. ADB ກໍ່ໃຫ້ຄຳໝັ້ນສັນຍາຮ່ວມມືກັບລັດຖະບານໃນພາລະກິດຟື້ນຟູພາຍຫຼັງໄພພິບັດທຳມະຊາດຢູ່ບັນດາແຂວງຖືກຜົນສະທ້ອນ ເພື່ອກໍ່ສ້າງຄືນໃຫ້ເປັນຢ່າງດີກວ່າ ແລະປັບປຸງຄວາມສາມາດຕ້ານຢັນ, ສິ່ງດັ່ງກ່າວມີຄວາມສຳຄັນທີ່ສຸດໃນສະພາບໄພທຳມະຊາດນັບມື້ນັບເພີ່ມຂຶ້ນ.
	ການໜູນຊ່ວຍຮີບດ່ວນຂອງ ADB ເພື່ອຮັບປະກັນໃຫ້ປະຊາຊົນທີ່ດຳລົງຊີວິດຢູ່ບັນດາເຂດຖືກໄພທຳມະຊາດສາມາດເຂົ້າເຖິງກັບບັນດາການບໍລິການສາທາລະນະສຸກ ແລະສັງຄົມໂດຍພື້ນຖານ, ກໍຄືບັນດາແຫຼ່ງກຳລັງເພື່ອສ້າງຊີວິດການເປັນຢູ່ ແລະການຫາເງິນລ້ຽງຊີບຄືນໃໝ່.
	ແຫຼ່ງຄັດຈາກ: vovworld.vn