ດ້ວຍວິທີເຊື່ອມຕໍ່ບັນດາເສັ້ນ viba - ສາຍສົ່ງໂທລະພາບຊົ່ວຄາວແທນໃຫ້ສາຍກາບໃຍແກ້ວ, ຕິດຕັ້ງລະບົບຂໍ້ມູນຂ່າວສານຕິດຕໍ່ພົວພັນ, Viettel ແມ່ນເຄືອຂ່າຍອິນເຕີແນັດທໍາອິດມີສັນຍານມືຖືຄຸນນະພາບສູງ, ມີສະຖຽນລະພາບໃນຂອບເຂດທົ່ວເກາະ, ເມືອງເກາະ ທີ່ໄດ້ຮັບຜົນສະທ້ອນຈາກພາຍຸລູກທີ 3.

ເລື່ອງຟື້ນຟູການຕິດຕໍ່ສື່ສານຢູ່ເມືອງເກາະແບັກລອງວີ, ນະຄອນຫາຍຝ່ອງ ໄດ້ເອົາໃຈໃສ່ເປັນພິິເສດຍ້ອນນີ້ແມ່ນເກາະດ່ານໜ້າ, ມີທີ່ຕັ້ງຍຸດທະສາດໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

leftcenterrightdel
 
leftcenterrightdel
Viettel ຟື້ນຟູເຄືອຂ່າຍມືຖືຢູ່ບັນດາເມືອງເກາະ, ຕາແສງເກາະແຂວງກວາງນິງ, ຫາຍຝ່ອງ ທີ່ໄດ້ຮັບຜົນສະທ້ອນຈາກພາຍຸ ລູກທີ 3. ພາບ: ຮົ່ງກວາງ

ກ່ອນໜ້ານັ້ນ, ວັນທີ 16 ກັນຍາ, ບັນດາໜ່ວຍເຕັກນິກຢູ່ເມືອງເວິນໂດນ, ແຂວງກວາງນິງ ໄດ້ສ້າງຕັ້ງລະບົບສື່ສານເຊື່ອມຕໍ່ 5 ຕາແສງເກາະ (ບ້ານແຊນ, ງອັກວື່ງ, ຖັ໊ງເລີ້ຍ, ກວນລ້ານ, ມິງເຈົາ) ເພື່ອຟື້ນຟູການເຊື່ອມຕໍ່ໃຫ້ອໍານາດການປົກຄອງທ້ອງຖິ່ນໃນເງື່ອນໄຂຍັງບໍ່ທັນມີໄຟຟ້າຢ່າງຮີບດ່ວນ.

ທ່ານຮອງປະທານຄະນະກໍາມະການປະຊາຊົນເມືອງເວິນໂດນ, ແຂວງກວາງນິງ ໃຫ້ຮູ້ວ່າ “ໂດຍອີງໃສ່ການແກ້ໄຂການເຊື່ອມຕໍ່ຂໍ້ມູນຈາກ Viettel, ບໍ່ພຽງແຕ່ລະບົບອິນເຕີແນັດຢູ່ເຂດດິນຕໍ່ແຜ່ນເທົ່ານັ້ນຫາກຍັງມີການເຊື່ອມຕໍ່ຂໍ້ມູນຂ່າວສານລະຫວ່າງບັນດາຕາແສງເກາະ ແລະຄະນະກໍາມະການປະຊາຊົນເມືອງເວິນໂດນ ໄດ້ຮັບການຟື້ນຟູຢ່າງທັນການ, ຮັບປະກັນການຕິດຕໍ່ສື່ສານລຸລ່ວງ ແລະໜູນຊ່ວຍວຽກງານຊີ້ນໍາ, ການບໍລິຫານແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ. ສິ່ງເຫຼົ່ານີ້ໄດ້ປະກອບສ່ວນສໍາຄັນເຮັດໃຫ້ສະພາບການເປັນປົກກະຕິ, ຫຼຸດຜ່ອນຄວາມເສຍຫາຍໃຫ້ໜ້ອຍທີ່ສຸດ, ປົກປັກຮັກສາຄວາມປອດໄພໃຫ້ປະຊາຊົນ ແລະຊັບສິນຂອງທ້ອງຖິ່ນ”.

ມາຮອດປະຈຸບັນ, Viettel ໄດ້ຟື້ນຟູເຄືອຂ່າຍອິນເຕີແນັດ ຢູ່ບັນດາແຂວງທີ່ໄດ້ຮັບຜົນສະທ້ອນຈາກພາຍຸ ລູກທີ 3.

ໂດຍ: ໄຊນີດາ