ຈັດສົ່ງນັກຊ່ຽວຊານສະວິດ 6 ທ່ານ ທີ່ມີປະສົບການດ້ານນໍ້າ ແລະສຸຂະອະນາໄມ, ບ່ອນລີ້ໄພດ່ວນ ແລະຫຼຸດຜ່ອນຄວາມສ່ຽງຈາກໄພທໍາມະຊາດມາຫວຽດນາມ ເພື່ອໜູນຊ່ວຍ. ນອກຈາກນັ້ນ, ສະວິດ ຈະສະໜອງຜ້າເຕັ້ນ 300 ອັນ ແລະລະບົບແຈກຢາຍນ້ຳທີ່ສາມາດຮັບໃຊ້ປະຊາຊົນ 10.000 ຄົນໄດ້ຢ່າງຄົບຖ້ວນ.

ສະຖານທູດສະວິດ ປະຈຳ ຫວຽດນາມ ຢືນຢັນວ່າ: “ບົນຈິດໃຈເຫັນອົກເຫັນໃຈຕໍ່ທຸກສິ່ງທຸກຢ່າງທີ່ປະຊາຊົນເຂດພູດອຍທາງພາກເໜືອຫວຽດນາມ ພວມປະສົບ, ສະວິດ ປາດຖະໜາຢາກຮ່ວມແຮງຮ່ວມໃຈບັນເທົາຄວາມໂສກເສົ້າສະຫຼົດໃຈ ແລະໜູນຊ່ວຍວຽກງານຟື້ນຟູ. ສະວິດ ໃຫ້ຄຳໝັ້ນສັນຍາຈະຄຽງບ່າຄຽງໄຫຼ່ກັບປະຊາຊົນຫວຽດນາມ. ພວກຂ້າພະເຈົ້າ ເຂົ້າໃຈຄວາມເຈັບປວດ, ການສູນເສຍ ກໍ່ຄືຄວາມກ້າຫານຂອງພວກເພື່ອນ ແລະພວກຂ້າພະເຈົ້າຈະຕັດສິນໃຈປະຕິບັດໜ້າທີ່ຂອງຕົນເພື່ອຊ່ວຍໃຫ້ພວກເພື່ອນຟື້ນຟູຊີວິດ, ສ້າງປະຊາຄົມຄືນໃໝ່, ດ້ວຍຄວາມກ້າແກ່ນຄືດັ່ງພວກເພື່ອນເຄີຍມີຢູ່ແລ້ວ”.

leftcenterrightdel
ພາຍຸຢາກີ ເຮັດໃຫ້ນໍ້າຖ້ວມຢູ່ຫຼາຍທ້ອງຖິ່ນຂອງຫວຽດນາມ. ພາບ: ດຶ໊ກຕິ໋ງ

ວັນທີ 13 ກັນຍາ, ບັນດາວິສາຫະກິດສິງກະໂປ ປະຈຳ ຫວຽດນາມ ໄດ້ສົມທົບກັບສະຖານທູດສິງກະໂປ ປະຈຳ ຫວຽດນາມ ເຂົ້າຮ່ວມຂໍ້ລິເລີ່ມ “ປະຊາຄົມສິງກະໂປ ພ້ອນກັນແບ່ງປັນ” ແນໃສ່ໜູນຊ່ວຍປະຊາຊົນທີ່ຖືກຜົນສະທ້ອນຈາກພາຍຸຢາກີຢູ່ຫວຽດນາມ. ບັນດາວິສາຫະກິດສິງກະໂປ ໃຫ້ຄຳໝັ້ນສັນຍາຈະບໍລິຈາກເງິນ 1,5 ຕື້ດົ່ງໃຫ້ແກ່ການເຄື່ອນໄຫວຊ່ວຍເຫຼືອ, ຟື້ນຟູຫຼັງພາຍຸ. ທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈຳ ຫວຽດນາມ ເນັ້ນໜັກວ່າ: “ສິງກະໂປ ສາມັກຄີກັບຫວຽດນາມ ໃນໄລຍະເວລາອັນຫຍຸ້ງຍາກນີ້.

ກ່ອນໜ້ານີ້, ສະຖານທູດສິງກະໂປ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ສະພາກາແດງສິງກະໂປ ບໍລິຈາກເງິນ 50.000 SGD (ກວ່າ 42.000 ໂດລາສະຫະລັດ) ເພື່ອໜູນຊ່ວຍສະພາກາແດງຫວຽດນາມ ພາຍຫຼັງພາຍຸຢາກີ.

ໂດຍ: ເຈິ່ນຮວ່ຽນ