leftcenterrightdel
ປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ ບໍລິຈາກສະໜັບສະໜູນປະຊາຊົນສອງປະເທດຫວຽດນາມ ແລະລາວ ຖືກຜົນສະທ້ອນຈາກພາຍຸຢາກີ. ພາບ: ຫາຍຕ໊ຽນ

ແຈ້ງຂໍ້ມູນກ່ຽວກັບຜົນເສຍຫາຍກ່ຽວກັບຄົນ ແລະຊັບສິນ ຍ້ອນພາຍຸຢາກີຢູ່ບັນດາແຂວງພາກເໜືອຫວຽດນາມ ແລະພາກເໜືອລາວ, ທ່ານ ຟານມິງຈ໊ຽນ ອຸປະທູດຊົ່ວຄາວຂອງສະຖານທູດຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ໃນຊຸມວັນຜ່ານມາ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄດ້ເປັນເຈົ້າການຈັດຕັ້ງການບໍລິຈາກ, ສະໜັບສະໜູນໂດຍກົງໃຫ້ບັນດາອົງການຈັດຕັ້ງ, ອົງການທີ່ກ່ຽວຂ້ອງຢູ່ພາຍໃນປະເທດ ແລະອົງການທີ່ກ່ຽວຂ້ອງຂອງລາວ ເພື່ອປະກອບສ່ວນຊ່ວຍປະຊາຊົນສອງປະເທດແກ້ໄຂຜົນຮ້າຍຈາກໄພທໍາມະຊາດ.

ດ້ວຍມູນເຊື້ອອັນດີງາມຂອງຊາດຫວຽດນາມ ແລະບົນພື້ນຖານການພົວພັນແບບພິເສດລະຫວ່າງສອງປະເທດຫວຽດນາມ ແລະລາວ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ຂົນຂວາຍບັນດາອົງການ, ສະມາຄົມ, ວິສາຫະກິດ ແລະຜູ້ໃຈບຸນໃຈກຸສົນທີ່ພວມຮໍ່າຮຽນ, ທໍາມາຫາກິນ ແລະດຳລົງຊີວິດຢູ່ລາວ ບໍລິຈາກສະໜັບສະໜູນປະຊາຊົນຫວຽດນາມ ແລະລາວ ຖືກຜົນສະທ້ອນຈາກພາຍຸຢາກີ.

ສິ້ນສຸນການບໍລິຈາກ, ບັນດາໝູ່ຄະນະ, ບຸກຄົນ, ອົງການຫວຽດນາມ ຢູ່ລາວ ແລະບັນດາວິສາຫະກິດຫວຽດນາມ ທີ່ພວມດຳເນີນທຸລະກິດຢູ່ລາວ ສະໜັບສະໜູນໄດ້ປະມານ 1,4 ຕື້ດົ່ງ (ຕາມອັດຕາແລກປ່ຽນ).

ສະຖານທູດຫວຽດນາມ ປະຈໍາ ລາວ ມີແຜນການຫັກເອົາເງິນບໍລິຈາກສ່ວນໜຶ່ງເພື່ອມອບໃຫ້ກະຊວງແຮງງານ, ສະຫວັດດີການ ແລະສັງຄົມລາວ ແລະສ່ວນທີ່ຍັງເຫຼືອຈະສົ່ງໃຫ້ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເພື່ອປະກອບສ່ວນຊ່ວຍປະຊາຊົນເຂດປະສົບໄພທໍາມະຊາດສອງປະເທດກັບຄືນສູ່ສະພາບເປັນປົກກະຕິໂດຍໄວ.

ໂດຍ: ໄຊນີດາ