leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ລາຍການ. ພາບ: vov.vn

ເປີດສາກລາຍການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບບັນດາຜູ້ແທນໄດ້ສະຫງວນໜຶ່ງນາທີກົ້ມຫົວອາໄລຫາຜູ້ເສຍຊີວິດໂດຍພາຍຸຢາກີ ກໍ່ຂຶ້ນໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ພາຍຸຢາກີ ແລະຜົນຮ້າຍຈາກພາຍຸໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ, ຊັບສິນຂອງປະຊາຊົນ ແລະປະເທດຊາດ. ໃນເວລາປະສົບກັບຄວາມຫຍຸ້ງຍາກ, ຜູ້ໃດກໍ່ຈຳເປັນຕ້ອງມີບ່ອນອີງ ແລະຕາມທ່ານນາຍົກລັດຖະມົນຕີ ແລ້ວ, ຫວຽດນາມ ພວມມີບັນດາບ່ອນອີງຢ່າງໝັ້ນແກ່ນນັ້ນແມ່ນ: ຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ການຊີ້ນຳນຳພາຖືປະຊາຊົນເປັນໃຈກາງຂອງພັກ, ມູນເຊື້ອປະຫວັດສາດ, ຈິດໃຈຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນ; ກຳລັງແຮງຂອງປະຊາຊົນ; ຈິດໃຈພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະຊາຊົນຂອງກອງທັບ, ຕຳຫຼວດ ແລະຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ.

ທ່ານໃຫ້ຮູ້ວ່າ ໃນປະຊາຊົນແຕ່ລະຄົນ, ເມື່ອປະສົບກັບຄວາມຫຍຸ້ງຍາກ, ຍິ່ງສັບສົນ, ຍິ່ງກົດດັນຍິ່ງຕ້ອງມີຄວາມມານະພະຍາຍາມ, ສູ້ຊົນ, ບືນຕົວຂຶ້ນ. ນັ້ນແມ່ນຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງແຕ່ລະຄົນເມື່ອປະສົບກັບຄວາມຫຍຸ້ງຍາກ, ກັບສິ່ງທ້າທາຍນັ້ນພວກເຮົາຕ້ອງບືນຕົວຂຶ້ນ, ຜ່ານຜ່າຂໍ້ຈຳກັດຂອງຕົນເອງ.

ບົນພື້ນຖານ 6 ບ່ອນອີງຫວຽດນາມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທັງຢູ່ພາຍໃນ ແລະຕ່າງປະເທດ, ບັນດາໝູ່ຄະນະ, ນັກຮົບມານະພະຍາຍາມຈົນສຸດຄວາມສາມາດຂອງຕົນແກ້ໄຂຜົນຮ້າຍທີ່ຕາມມາໂດຍພາຍຸຢາກີ ກໍ່ຂຶ້ນໃຫ້ແກ່ 26 ແຂວງ, ນະຄອນຢູ່ເຂດພາກເໜືອ, ຊ່ວຍໃຫ້ປະຊາຊົນກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິໂດຍໄວ.

ແຫຼ່ງຄັດຈາກ: vovworld.vn