ເດັກນ້ອຍໄດ້ເຂົ້າຮ່ວມການເຄື່ອນໄຫວຟົດຟື້ນມ່ວນຊື່ນ ແລະມີຄວາມໝາຍຫຼາຍຢ່າງ, ຄື: ຖະຫວາຍດອກໄມ້ ແລະທູບທຽນອາໄລຫາປະທານ ໂຮ່ຈີມິນ, ຊອກຮູ້ກ່ຽວກັບ “ລຸງໂຮ່ກັບເຍົາວະຊົນອະນຸຊົນ”, ຢ້ຽມຢາມຮ່ອງຮອຍປະຫວັດສາດຢູ່ນະຄອນໂຮ່ຈີມິນ, ບັນດາການເຄື່ອນໄຫວພົບປະແລກປ່ຽນ, ວັດທະນະທຳ... ງານມະໂຫລານໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ເຍົາວະຊົນອະນຸຊົນລາວ ແລະກຳປູເຈຍ ກ່ຽວກັບຜືນແຜ່ນດິນ, ປະຊາຊົນ, ໄວໜຸ່ມນະຄອນ ໂຮ່ຈີມິນ. ໂດຍໄດ້ຈັດຂຶ້ນເປັນປະຈໍາ 2 ປີເທື່ອໜຶ່ງ, ງານມະໂຫລານໄດ້ກາຍເປັນການເຄື່ອນໄຫວທີ່ມີປະໂຫຍດ, ປະກອບສ່ວນເພີ່ມພູນຄູນສ້າງຈິດໃຈສາມັກຄີມິດຕະພາບສາກົນ, ຮັດແໜ້ນການພົວພັນລະຫວ່າງຊາວໜຸ່ມ 3 ປະເທດ.

leftcenterrightdel
ງານມະໂຫລານເຍົາວະຊົນອະນຸຊົນຫວຽດນາມ - ລາວ - ກຳປູເຈຍ 2024 ດ້ວຍຜູ້ແທນ 200 ກວ່າຄົນເຂົ້າຮ່ວມ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນເຍົາວະຊົນອະນຸຊົນຂອງ 3 ປະເທດໄປຢ້ຽມຢາມ ແລະຊອກຮູ້ກ່ຽວກັບ “ລຸງໂຮ່ກັບເຍົາວະຊົນອະນຸຊົນ” ຢູ່ຫໍເຍົາວະຊົນອະນຸຊົນນະຄອນ ໂຮ່ຈີມິນ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນເຍົາວະຊົນອະນຸຊົນຖະຫວາຍທູບທຽນອາໄລຫານັກຮົບວິລະຊົນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ (ເມືອງ ເກິ່ນເຢີ່). ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນເຍົາວະຊົນອະນຸຊົນຊອກຮູ້ກ່ຽວກັບວັດທະນະທຳສິລະປະພື້ນເມືອງຂອງຫວຽດນາມ. ພາບ: qdnd.vn
leftcenterrightdel
ຢ້ຽມຊົມເຂດປູຊະນີຍະສະຖານປະຫວັດສາດຖານທີ່ໝັ້້ນ ຣຶ່ງຊາກ. ພາບ: qdnd.vn
leftcenterrightdel
ລາຍການພົບປະແລກປ່ຽນວັດທະນະທຳສິລະປະເຕັມໄປດ້ວຍຄວາມສາມັກຄີລະຫວ່າງເຍົາວະຊົນອະນຸຊົນຂອງ 3 ປະເທດ. ພາບ: qdnd.vn

ໂດຍ: ທະນາພອນ