ເປັນປະທານກອງປະຊຸມທາງອອນລາຍແກ້ໄຂຜົນຮ້າຍຈາກພາຍຸຢາກີ. ຫວ່າງແລ້ວນີ້, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຊີ້ນໍາໃຫ້ຟື້ນຟູການຜະລິດດໍາເນີນທຸລະກິດ, ສູ້ຊົນໃຫ້ເຕີບໂຕ 7% ປີ 2024.

ບັນດາທ້ອງຖິ່ນຟື້ນຟູການຜະລິດ, ດໍາເນີນທຸລະກິດ

ພາຍຫຼັງພາຍຸຢາກີ ພັດຜ່ານ, ນະຄອນຫາຍຝ່ອງ ໄດ້ໃຫ້ບຸລິມະສິດສະໜອງໄຟຟ້າ, ນໍ້າ, ເຄືອຂ່າຍອິນເຕີແນັດຢູ່ເຂດອຸດສາຫະກໍາ. ຢູ່ບໍລິເວນນະຄອນ, ປະຈຸບັນມີ 14 ເຂດອຸດສາຫະກໍາ. ມາຮອດປະຈຸບັນນີ້, ບັນດາວິສາຫະກິດໄດ້ຟື້ນຟູການຜະລິດເປັນປົກກະຕິ. ໄຟຟ້າ, ນໍ້າປະປາ, ເຄືອຂ່າຍອິນເຕີແນັດທາງນະຄອນໄດ້ໃຫ້ບຸລິມະສິດສະໜອງຄືນໃໝ່ໃຫ້ເຂດອຸດສາຫະກໍາ. ກໍາມະກອນ, ຜູ້ອອກແຮງງານກັບມາເຮັດວຽກໃນເງື່ອນໄຂທີ່ປອດໄພ.

ທີ່ບໍລິສັດ OKI ຫວຽດນາມ ຈໍາກັດ ຢູ່ເຂດອຸດສາຫະກໍາຈ່າງເຢ້ວ, 100% ກໍາມະກອນໄດ້ກັບມາເຮັດວຽກ, ບໍລິສັດກໍ່ຮັບປະກັນເງື່ອນໄຂການຢູ່ການກິນ, ພັກເຊົາໃຫ້ກໍາມະກອນ, ຜູ້ອອກແຮງງານເພື່ອໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈຜະລິດ.

leftcenterrightdel
ປະມານ 90% ວິສາຫະກິດຢູ່ຫາຍຝ່ອງກັບມາເຄື່ອນໄຫວຄືນໃໝ່. ພາບ: VGP

ໃນຂະນະນັ້ນ, ທ່ານ Pan Xing Hua ຜູ້ອໍານວຍການໃຫຍ່ບໍລິສັດ Global Material Handling ຈໍາກັດ, ເຂດອຸດສາຫະກໍາ DEEP C ຫາຍຝ່ອງໃຫ້ຮູ້ວ່າ ພາຍຫຼັງພາຍຸຜ່ານໄປ, ວິສາຫະກິດໄດ້ທຳການສະຖິຕິ, ຕີລາຄາຄວາມເສຍຫາຍ ແລະສົມທົບກັບບັນດາກົມກອງເພື່ອແກ້ໄຂ, ນໍາໂຮງງານເຂົ້າເຄື່ອນໄຫວຜະລິດໂດຍໄວ: “ໃນຕອນເຊົ້າວັນທີ 9 ກັນຍາ, ບັນດາຜູ້ຮັບເໝົາທັງໝົດໄດ້ລົງພື້ນທີ່ຕົວຈິງເພື່ອຕີລາຄາຄວາມເສຍຫາຍ, ໃນນັ້ນຍົກອອກຄວາມຄືບໜ້າໃນການປະຕິບັດການຟື້ນຟູ. ສ່ວນຢູ່ໂຮງງານ, ພວກຂ້າພະເຈົ້າກໍ່ໄດ້ຊື້ຜ້າເຕັ໊ນເພື່ອມາກັ້ງບັງອຸປະກອນ ແລະເຄື່ອງຈັກ. ຕອນເຊົ້າວັນທີ 9 ກັນຍາ, ເຂດອຸດສາຫະກໍາກໍ່ໄດ້ຟື້ນຟູການສະໜອງໄຟຟ້າໃຫ້ໂຮງງານ. ພວກຂ້າພະເຈົ້າໄດ້ກວດກາໄຟຟ້າຂອງອຸປະກອນ ແລະດໍາເນີນການເປົ່າແຫ້ງ, ຫຼັງຈາກນັ້ນກັບຄືນສູ່ການເຄື່ອນໄຫວ”.

ທ່ານ ເລຈູງກຽນ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດຫາຍຝ່ອງ ໃຫ້ຮູ້ວ່າ: “ສານຂອງການນໍານະຄອນຫາຍຝ່ອງ ແມ່ນຈະໜູນຊ່ວຍວິສາຫະກິດຢ່າງສຸດຂີດ ເພື່ອໃຫ້ເຂົ້າເຈົ້າໄດ້ທຳການຜະລິດ. ພວກຂ້າພະເຈົ້າສືບຕໍ່ຕິດຕາມ, ໜູນຊ່ວຍວິສາຫະກິດເຮັດແນວໃດໃຫ້ການຜະລິດມີສະຖຽນລະພາບ, ຮັບປະກັນໃຫ້ລະບົບສະໜອງໄດ້ລຸລ່ວງຢ່າງວ່ອງໄວ”.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມລັດຖະບານປະຈໍາໄລຍະກັບບັນດາທ້ອງຖິ່ນທີ່ໄດ້ຮັບຜົນສະທ້ອນຈາກພາຍຸລູກທີ 3 ກ່ຽວກັບບັນດາມາດຕະການແກ້ໄຂຜົນຮ້າຍ, ໜູນຊ່ວຍປະຊາຊົນ, ວິສາຫະກິດມີສະຖຽນລະພາບ, ຟື້ນຟູການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ, ຊຸກຍູ້ການເຕີບໂຕ. ພາບ: VGP

ທີ່ແຂວງກວາງນິງ, ພາຍຫຼັງໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງຍ້ອນພາຍຸຢາກີ, ອໍານາດການປົກຄອງນະຄອນຮະລອງ (ແຂວງກວາງນິງ) ພ້ອມກັບວິສາຫະກິດ ແລະປະຊາຊົນໄດ້ຟື້ນຟູການເຄື່ອນໄຫວທ່ອງທ່ຽວຄືນໃໝ່. ກໍາລັງທີ່ກ່ຽວຂ້ອງໄດ້ດໍາເນີນອະນາໄມຕົ້ນໄມ້ລົ້ມ, ຫັກ, ແກ້ໄຂນໍ້າຖ້ວມຢູ່ຖະໜົນຫົນທາງ ແລະເສີມກິດຈະການທີ່ໄດ້ເປ່ເພ. ບັນດາສະຖານທີ່ທ່ອງທ່ຽວ, ທ່າກໍາປັ່ນ ແລະເຂດແຄມທະເລກໍ່ເຮັດໃຫ້ສະອາດຢ່າງວ່ອງໄວ, ຊ່ວຍຮະລອງກຽມພ້ອມເປີດຮັບແຂກທ່ອງທ່ຽວກັບຄືນແຕ່ວັນທີ 13 ກັນຍາ. ທ່ານເຈິ່ນວັນຮົ່ງ ປະທານສະມາຄົມກໍາປັ່ນທ່ອງທ່ຽວຮະລອງ ໃຫ້ຮູ້ວ່າ: “ການເຄື່ອນໄຫວດໍາເນີນທຸລະກິດທ່ອງທ່ຽວໄດ້ກັບຄືນໃໝ່. ບາງກໍາປັ່ນທີ່ໄດ້ຮັບຜົນສະທ້ອນກ່ຽວກັບອຸປະກອນພວມລົງທຶນປົວແປງຢ່າງຮີບດ່ວນ. ສອງສາມມື້ຜ່ານມາ, ບັນດາວິສາຫະກິດກໍ່ເປັນເຈົ້າການແກ້ໄຂ, ຮັບປະກັນທາງດ້ານວັດຖຸອຸປະກອນ, ຄວາມງາມ ແລະປອດໄພໃຫ້ແຂກທ່ອງທ່ຽວ”.

ບັນດາກະຊວງ, ຂະແໜງການມານະພະຍາຍາມ

ກຸ່ມບໍລິສັດໄຟຟ້າຫວຽດນາມ ໃຫ້ຮູ້ວ່າ ມາຮອດຈຸດເວລານີ້ໄດ້ຟື້ນຟູດໍາເນີນການຕິດຕັ້ງສາຍໄຟທີ່ໄດ້ຮັບຜົນສະທ້ອນຍ້ອນພາຍຸໄດ້ກວ່າ 1.500 ເສັ້ນ. ຄາດຄະເນວ່າ ວຽກງານປົວແປງຈະໃຫ້ສໍາເລັດໃນຊຸມວັນຈະມາເຖິງ.

ທ່ານ ຫວູແອງເຝືອງ ຮອງຜູ້ອໍານວຍການໃຫຍ່ບໍລິສັດໃຫຍ່ໄຟຟ້າພາກເໜືອ ໃຫ້ຮູ້ວ່າ: ສະເພາະຢູ່ແຂວງກວາງນິງ, ກວ່າໜຶ່ງອາທິດຜ່ານມາ, ນອກຈາກແຮງງານ 1.000 ຄົນຂອງບໍລິສັດໄຟຟ້າສາຂາກວາງນິງ ແລ້ວ, ຍັງມີແຮງງານປະມານ 1.500 ຄົນຕື່ມອີກທີ່ມາຈາກບັນດາຫົວໜ່ວຍໃນຂະແໜງໄຟຟ້າ, ຂອງກອງທັບ ແລະບັນດາຂະແໜງອື່ນທີ່ເຂົ້າຮ່ວມການໜູນຊ່ວຍແກ້ໄຂໄຟຟ້າ.

“ການຕັດສິນໃຈຂອງຂະແໜງໄຟຟ້າແມ່ນສູງທີ່ສຸດເພື່ອພະຍາຍາມຟື້ນຟູໄຟຟ້າໃຫ້ໄດ້ຢ່າງວ່ອງໄວ, ສະໜອງໄຟຟ້າຄືນໃໝ່ໃຫ້ແຂວງກວາງນິງ. ພວກຂ້າພະເຈົ້າພະຍາຍາມຮອດວັນທີ 20 ກັນຍາ, ຈະສະໜອງໄຟຟ້າໃຫ້ແກ່ການຮັບໃຊ້ການຜະລິດກໍ່ຄືການນຳໃຊ້ຢູ່ທົ່ວແຂວງກວາງນິງ”.

ໃນຂະນະນັ້ນ, ທະນາຄານແຫ່ງລັດໄດ້ຮຽກຮ້ອງບັນດາທະນາຄານການຄ້າໂຈະການຊຳລະໜີ້ສິນຊົ່ວຄາວ, ຫຼຸດກຳໄລ… ໃຫ້ບັນດາແຂກທີ່ໄດ້ຮັບຜົນສະທ້ອນຈາກພາຍຸ. ບັນດາທະນາຄານກໍ່ຕ້ອງຍູ້ແຮງການໃຫ້ກູ້ຢືມໃໝ່ເພື່ອໃຫ້ວິສາຫະກິດ, ປະຊາຊົນ ແລະຄອບຄົວມີທຶນກ້ອນໃໝ່.

ທ່ານ ຮວ່າງກວາງຝ່ອງ, ຮອງປະທານສະຫະພັນການຄ້າ ແລະອຸດສາຫະກໍາຫວຽດນາມ ຕີລາຄາວ່າ: “ຂ້າພະເຈົ້າຕີລາຄາສູງຕໍ່ການຊີ້ນໍາຢ່າງທັນການຂອງທະນາຄານແຫ່ງລັດ. ໃນໄລຍະຈະມາເຖິງ, ຕ້ອງສືບຕໍ່ຮັກສານະໂຍບາຍນັ້ນ ແລະມີບ້ວງເງິນສິນເຊື່ອໃໝ່ຕື່ມອີກ ເພື່ອໃຫ້ປະຊາຊົນສາມາດປ່ຽນວັດຖຸອຸປະກອນ, ພື້ນຖານດ້ານວັດຖຸໃຫ້ແກ່ການເຄື່ອນໄຫວດໍາເນີນທຸລະກິດ ແລະມີເວລາພໍສົມຄວນເພື່ອໃຫ້ປະຊາຊົນຜະລິດຄືນໃໝ່ຢ່າງມີກໍາໄລ, ມີເງື່ອນໄຂເພື່ອຊຳລະໜີ້. ຖ້າຫາກລັດ ແລະປະຊາຊົນພ້ອມກັນເຮັດວຽກ, ຂ້າພະເຈົ້າເຊື່ອໝັ້ນວ່າຈະ ຜ່ານຜ່າຄວາມຫຍຸ້ງຍາກນີ້ໄປໄດ້ ແລະອາດຈະຮັກສາທ່າເຕີບໂຕໃນໄລຍະຈະມາເຖິງ”.

26 ແຂວງ, ນະຄອນທາງທິດເໜືອຂອງຫວຽດນາມ ທັງໄດ້ຮັບຜົນສະທ້ອນຈາກພາຍຸຢາກີ, ເຊິ່ງແມ່ນພາຍຸລູກແຮງທີ່ສຸດຢູ່ທະເລຕາເວັນອອກໃນ 30 ປີຜ່ານມາ. ຄວາມເສຍຫາຍກ່ຽວກັບຄົນ ແລະຊັບສິນທີ່ພາຍຸກໍ່ຂຶ້ນນັ້ນແມ່ນໜັກໜ່ວງທີ່ສຸດ. ເລື່ອງບັນດາທ້ອງຖິ່ນ, ກະຊວງ, ຂະແໜງການລົງມືຟື້ນຟູການຜະລິດ, ດໍາເນີນທຸລະກິດພາຍຫຼັງພາຍຸໄດ້ປະກອບສ່ວນຫຼຸດຜ່ອນຄວາມເສຍຫາຍໃຫ້ພື້ນຖານເສດຖະກິດໜ້ອຍທີ່ສຸດ, ປະກອບສ່ວນເຂົ້າເປົ້າໝາຍເຕີບໂຕ ປີ 2024.

ໂດຍ: ໄຊນີດາ