ເພື່ອເປັນເຈົ້າການຮັບມືກັບການຜັນແປຄວາມກົດດັນອາກາດຕໍ່າເຂດຮ້ອນໃກ້ທະເລຕາເວັນອອກ, ວັນທີ 16 ກັນຍາ, ຫ້ອງການຄະນະກໍາມະການແຫ່ງຊາດຮັບມືກັບອຸບັດຕິເຫດ, ໄພພິບັດທາງທໍາມະຊາດ ແລະຊອກຫາກູ້ໄພມີໂທລະເລກສະບັບເລກທີ 19/CĐ-VP ສະເໜີໃຫ້ກອງບັນຊາການປ້ອງກັນພົນລະເຮືອນກະຊວງກະສິກໍາ ແລະພັດທະນາຊົນນະບົດ, ກະຊວງຄົມມະນາຄົມ ແລະຂົນສົ່ງ, ກະຊວງຕໍາຫຼວດ, ກະຊວງຖະແຫຼງຂ່າວ ແລະສື່ສານ ແລະບັນດາທ້ອງຖິ່ນແຄມທະເລ ນັບແຕ່ແຂວງກວ໋າງນິງ ລົງຮອດແຂວງບິ່ງຖ້ວນ ຮັກສາການເຝົ້າລະວັງ ກູ້ຊີບ, ກູ້ໄພຢ່າງເຂັ້ມງວດ; ກໍາແໜ້ນສະພາບການຜັນແປຄວາມກົດດັນອາກາດຕໍ່າເຂດຮ້ອນ, ອາກາດອັນຕະລາຍ; ກວດກາຄືນ, ເພີ່ມເຕີມແຜນການ, ກະກຽມກໍາລັງ, ພາຫະນະເພື່ອຮັບມືກັບອຸບັດຕິເຫດ, ໄພພິບັດທາງທໍາມະຊາດ, ຊອກຫາກູ້ໄພຢ່າງທັນການ ແລະມີປະສິດທິຜົນ, ຮັບປະກັນຄວາມປອດໄພໃຫ້ອົງການ, ກົມກອງ ແລະກໍາລັງທີ່ເຮັດໜ້າທີ່.

leftcenterrightdel
ນັກຮົບກອງພັນທີ 1, ກອງພັນໃຫຍ່ 254, ກອງບັນຊາການທະຫານແຂວງລາວກາຍ ຊອກຫາຜູ້ຫາຍສາບສູນ ຢູ່ກຸ່ມບ້ານ ບ້ານກ໊າຍ, ບ້ານ ນໍ້າຕົງ, ຕາແສງ ນໍ້າລຸກ, ເມືອງ ບັກຮ່າ (ແຂວງລາວກາຍ). ພາບ: ຮົ່ງຊ໋າງ

ວັນທີ 16 ກັນຍາ, ກອງບັນຊາການທະຫານເຂດ 1 ໄດ້ຈັດສົ່ງພະນັກງານ, ນັກຮົບ 300 ກວ່າຄົນ, ພາຫະນະ 15 ຄັນ ສືບຕໍ່ຊອກຫາຜູ້ຫາຍສາບສູນ 2 ຄົນ ແລະຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ, ເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິຢູ່ຕາແສງ ອຽນລາກ ແລະຕາແສງ ກາແທ່ງ, ເມືອງ ງວຽນບິ່ງ, ແຂວງກາວບັ່ງ.

ກອງບັນຊາການທະຫານເຂດ 2 ຈັດສົ່ງພະນັກງານ, ນັກຮົບ 9.800 ກວ່າຄົນ (ທະຫານ ແລະທະຫານລາດ), ພາຫະນະ 159  ຄັນປະສານສົມທົບກັບກໍາລັງຊອກຫາຜູ້ຫາຍສາບສູນ ຢູ່ຕາແສງ ຝຸກແຄ໊ງ (ບ້າວອຽນ, ລາວກາຍ); ຕາແສງ ມິງຊວນ (ລຸກອຽນ, ອຽນບ໊າຍ); ຕາແສງ ເຕິນເຟືອງ (ແທງຖຸຍ) ແລະຕາແສງ ວ້ານຊວນ (ຕາມນົງ), ແຂວງຝູເຖາະ, ໜູນຊ່ວຍປະຊາຊົນບັນດາທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທາງທໍາມະຊາດ.

ກອງບັນຊາການທະຫານເຂດ 3 ຈັດສົ່ງພະນັກງານ, ນັກຮົບເກືອບ 6.600 ຄົນ (ທະຫານ ແລະທະຫານລາດ), ລົດໂອໂຕ 34 ຄັນ ໄປຊ່ວຍປະຊາຊົນບັນດາແຂວງ, ນະຄອນ: ກວ໋າງນິງ, ຫາຍຟ່ອງ, ນາມດິ້ງ, ຮ່ານາມ, ຫາຍເຢືອງ, ຮຶງອຽນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທາງທໍາມະຊາດ. ກອງພົນໃຫຍ່ 12 ຈັດສົ່ງພະນັກງານ, ນັກຮົບ 9.100 ກວ່າຄົນ, ລົດໂອໂຕ 312 ຄັນ, ເຮືອອີໂມ 15 ລໍາ ໄປຊ່ວຍປະຊາຊົນທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທາງທໍາມະຊາດ.

ປະຕິບັດໜ້າທີ່ຊ່ວຍປະຊາຊົນບັນດາເມືອງ, ເທດສະບານແຂວງຂອງນະຄອນຮ່າໂນ້ຍ, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໄດ້ຈັດສົ່ງພະນັກງານ, ນັກຮົບເກືອບ 3.500 ຄົນ (ທະຫານ ແລະທະຫານລາດ) ແລະ ພາຫະນະ 134 ຄັນເຂົ້າຮ່ວມແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທາງທໍາມະຊາດ.

ກອງບັນຊາການທະຫານຊາຍແດນ ໄດ້ຈັດສົ່ງພະນັກງານ, ນັກຮົບກວ່າ 1.200 ຄົນ, ພາຫະນະ 70 ຄັນ, ໂດຍສົມທົບກັບບັນດາກໍາລັງ, ທ້ອງຖິ່ນຊອກຫາຜູ້ຫາຍສາບສູນ, ຊ່ວຍປະຊາຊົນນະຄອນຫາຍຟ່ອງ ແລະບັນດາເມືອງ: ບາດຊາດ, ເມືອງເຄືອງ, ຊີມາກາຍ, ບ້າວອຽນ (ແຂວງລາວກາຍ) ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທາງທໍາມະຊາດ. ເຫຼົ່າທັບເຮືອ ກໍໄດ້ຈັດສົ່ງພະນັກງານ, ນັກຮົບ 550 ຄົນ, ພາຫະນະ 23 ຄັນເຂົ້າຮ່ວມຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທາງທໍາມະຊາດຢູ່ແຂວງກວ໋າງນິງ ແລະນະຄອນຫາຍຟ່ອງ.

ໂດຍ: ໄຊຊະນະ