ວັນທີ 16 ກັນຍາ,  ສະຖານທູດນິວຊີແລນ ໃຫ້ຮູ້ວ່າ ລັດຖະບານປະເທດນີ້ໄດ້ປະກາດການປະກອບສ່ວນ 1 ລ້ານ NZD (ກວ່າ 617.000 ໂດລາສະຫະລັດ) ແນໃສ່ໜູນຊ່ວຍຫວຽດນາມ ມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸຢາກີ. ບ້ວງເງິນນີ້ຈະໄດ້ຮັບຜ່ານບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານທີ່ແມ່ນຄູ່ຮ່ວມມືຂອງນິວຊີແລນ ແລະບັນດາອົງການຂອງສະຫະປະຊາຊາດຢູ່ຫວຽດນາມ, ສຸມໃສ່ຮັບມືກັບສະພາບການສຸກເສີນ ແລະຟື້ນຟູການຫາເງິນລ້ຽງຊີບ.

leftcenterrightdel
ເຂດປູກກ້ວຍຂອງປະຊາຊົນແຂວງບັ໊ກນີງ ລົ້ມ, ຫັກຍ້ອນພາຍຸຢາກີ ກໍ່ຂຶ້ນ. ພາບ: vov.vn

ໃນຈົດໝາຍທີ່ສົ່ງເຖິງທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ໃນວັນທີ 16 ກັນຍາ, ທ່ານ Winston Peters ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະການຄ້ານິວຊີແລນ ໃຫ້ຮູ້ວ່າ ລັດຖະບານນິວຊີແລນ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ຜູ້ປະສົບເຄາະຮ້າຍຈາກພາຍຸຢາກີ ຢູ່ພາກເໜືອຂອງຫວຽດນາມ ແລະນິວຊີແລນ ປາດຖະໜາຢາກໝູນໃຊ້ແງ່ມຸມທີ່ແຕກຕ່າງກັນໃນການພົວພັນສອງຝ່າຍເພື່ອເພີ່ມທະວີຄວາມສາມາດຟື້ນຟູ ແລະຮັບມືໃນອະນາຄົດຂອງຫວຽດນາມ ຕໍ່ໜ້າໄພພິບັດທີ່ຮ້າຍກາດຄືພາຍຸຢາກີ ຜ່ານມາ.

ທ່ານນາງ Caroline Beresford ເອກອັກຄະລັດຖະທູດນິວຊີແລນ ປະຈຳ ຫວຽດນາມ ກໍ່ເນັ້ນໜັກວ່າ ເປັນຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ, ນິວຊີແລນ ຄຽງບ່າຄຽງໄຫຼ່ກັບລັດຖະບານ ແລະປະຊາຊົນຫວຽດນາມ ໃນໄລຍະປະສົບກັບຄວາມຫຍຸ້ງຍາກນີ້, ຫວັງວ່າ ການໜູນຊ່ວຍຂອງ ນິວຊີແລນ ຈະໄປເຖິງຜູ້ປະສົບຄວາມຫຍຸ້ງຍາກ, ປະກອບສ່ວນເຂົ້າໃນຄວາມພະຍາຍາມສຸກເສີນ ແລະຊ່ວຍຊຸມຊົນທີ່ຖືກຜົນສະທ້ອນສ້າງຊີວິດໂດຍໄວ.

ໂດຍ: ເຈິ່ນຮວ່ຽນ