ຕອນຄ່ຳວັນທີ 11 ກັນຍາ, ຍົນລຳທຳອິດຂອງລັດຖະບານອົດສະຕາລີ ທີ່ຂົນສົ່ງເຄື່ອງຊ່ວຍເຫຼືອສຸກເສີນໄດ້ລົງຈອດຢູ່ສະໜາມບິນສາກົນໂນ້ຍບ່າຍ. ເຄື່ອງຊ່ວຍເຫຼືອດັ່ງກ່າວລວມມີເຄື່ອງມືອະນາໄມສ່ວນຕົວ 264 ຢ່າງ, ເຄື່ອງໃຊ້ໃນເຮືອນຄົວ 120 ຢ່າງ, ຜ້າຫົ່ມ 600 ຜືນ, ເຄື່ອງສ້ອມແປງເຮືອນ 264 ອັນ, ພົມປູນອນ 600 ຜືນ, ຜ້າເຕັ໊ນ 522 ຜືນ ແລະມຸ້ງ 360 ຜືນ.

leftcenterrightdel
ອົດສະຕາລີ ຂົນສົ່ງເຄື່ອງຊ່ວຍເຫຼືອສຸກເສີນງວດທໍາອິດມາຮອດຮ່າໂນ້ຍ. ພາບ: ສະຖານທູດອົດສະຕາລີ ປະຈຳ ຫວຽດນາມ

ທ່ານ Andrew Goledzinowski ເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ອົດສະຕາລີ ຕີລາຄາສູງການຊີ້ນໍາທີ່ມີປະສິດທິຜົນຂອງລັດຖະບານຫວຽດນາມ ໃນການປະສານງານການເຄື່ອນໄຫວກູ້ຊ່ວຍ ແລະຮັບມືຢ່າງສຸກເສີນຢູ່ບັນດາເຂດຖືກຜົນສະທ້ອນຈາກພາຍຸຢາກີ. ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ອົດສະຕາລີ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນວິວັດການຟື້ນຟູ ແລະສ້າງສາຄືນໃໝ່ພາຍຫຼັງພາຍຸ.

ໃນວັນດຽວກັນ, ສະຖານທູດອາເມລິກາ ປະຈຳ ຫວຽດນາມ ກໍ່ໄດ້ອອກແຈ້ງການໃຫ້ຮູ້ວ່າ, ອາເມລິກາ ຈະຊ່ວຍເຫຼືອຫວຽດນາມ ມະນຸດສະທຳດ່ວນ 1 ລ້ານໂດລາສະຫະລັດ ເພື່ອແກ້ໄຂຄວາມເສຍຫາຍຈາກພາຍຸຢາກີ. ບ້ວງຊ່ວຍເຫຼືອນີ້ຈະໄດ້ແຈກຢາຍໃຫ້ບັນດາຄູ່ຮ່ວມມືກູ້ຊ່ວຍມະນຸດສະທຳ ເພື່ອດໍາເນີນການຊ່ວຍເຫຼືອເງິນສົດ, ສະໜອງບ່ອນຢູ່ອາໄສ, ນ້ຳສະອາດ, ສຸຂະອະນາໄມ ກໍ່ຄືເຄື່ອງຊ່ວຍເຫຼືອອື່ນໆເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມກູ້ຊ່ວຍໄພທຳມະຊາດໂດຍລັດຖະບານຫວຽດນາມ ຊີ້ນໍາພວມຜັນຂະຫຍາຍຢ່າງຮີບດ່ວນໃນທົ່ວປະເທດ.

ໂດຍ: ທະນາພອນ