leftcenterrightdel
ພາບປະກອບ: vov.vn

ບົດຂຽນໄດ້ເອົາລົງໃນເວັບໄຊ Yicai, ເຊິ່ງແມ່ນເວັບໄຊຂ່າວຄາວດ້ານການເງິນ, ການດຳເນີນທຸລະກິດແຖວໜ້າຂອງຈີນ ທີ່ມີສຳນັກງານຕັ້ງຢູ່ຊຽງໄຮ້. ບົດຂຽນໄດ້ຂຽນວ່າ: ຕາມຕົວເລກຫຼ້າສຸດໂດຍກົມໃຫຍ່ສະຖິຕິຫວຽດນາມ ປະກາດ, ໃນ 6 ເດືອນຕົ້ນປີ 2024, ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຫວຽດນາມ ເພີ່ມຂຶ້ນ 6,42%, ອັດຕາການເຕີບໂຕໄດ້ຮັບການປັບປຸງດີກວ່າ ແລະກໍ່ແມ່ນໝາກຜົນທີ່ດີເມື່ອທຽບໃສ່ກັບຕົວເລກໃນຊຸມປີມໍ່ໆມານີ້. ທ່າອ່ຽງຟື້ນຟູຂອງເສດຖະກິດຫວຽດນາມ ກໍ່ຍັງລື່ນກາຍຫຼາຍເທົ່າເມື່ອທຽບໃສ່ກັບຄວາມມຸ່ງມາດປາດຖະໜາຂອງລັດຖະບານຫວຽດນາມ. ດ້ວຍລະດັບການເຕີບໂຕ 6,42% ໃນ6ເດືອນຕົ້ນປີ, ບົດຂຽນໄດ້ຕີລາຄາ “ໃນໄລຍະຫຼັງພະຍາດໂຄວິດ-19 ປີ 2020-2024, ຕົວເລກພຽງແຕ່ຕໍ່າກວ່າ 6,58% ໃນໄລຍະ 6 ເດືອນຕົ້ນປີ 2022, ຢືນຢູ່ອັນດັບທີ 2”.

ເມື່ອຕອບສຳພາດຕໍ່ນັກຂ່າວຂອງ Yicai, ທ່ານ ເຈົ້າຊື້ຊິນ ຫົວໜ້າສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ຂອງສະຖາບັນຄົ້ນຄວ້າສາກົນ ຊຽງໄຮ້ ໄດ້ຕີລາຄາວ່າ ພື້ນຖານເສດຖະກິດຈີນ ແລະຫວຽດນາມ ມີລັກສະນະໜູນຊ່ວຍເຊິ່ງກັນ ແລະກັນສູງ. ປັດຈຸບັນ, ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດເຕັກໂນໂລຢີສູງສືບຕໍ່ເຂົ້າສູ່ລວງເລິກ, ສ້າງເປັນພື້ນທີ່ທີ່ກວ້າງໃຫຍ່ກ່ວາໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.

ແຫຼ່ງຄັດຈາກ: vovworld.vn