ຢູ່ນອກງານວາງສະແດງອາວຸດ Eurosatory ທີ່ດຳເນີນຢູ່ ປາຣີ (ຝຣັ່ງ), ທ່ານ Nicolas Bernardin, ຜູ້ອຳນວຍການ Thales ຫວຽດນາມ ໃຫ້ຮູ້ວ່າ ດ້ວຍ 3 ທ່າແຮງ, ຄື: ການບິນອາວະກາດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຄວາມໝັ້້ນຄົງດ້ານເຕັກນິກນັບມື້ນັບມີໜ້າຢູ່ຫວຽດນາມ ໃນເວລາ 30 ປີມານີ້.

leftcenterrightdel
ໂຮງງານຜະລິດຂອງກຸ່ມບໍລິສັດ Thales ຢູ່ປະເທດຝລັ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ກຸ່ມບໍລິສັດມີການພົວພັນຮ່ວມມືທີ່ເປັນມູນເຊື້ອກັບສາຍການບິນ Vietnam Airlines ໃນການຕິດຕາມກວດກາ ແລະປົກປ້ອງເຂດການບິນ, ກັບ Viettel ໃນການຜະລິດຊິມ, ກັບທະນາຄານໃນການຜະລິດບັດສິນເຊື່ອ ແລະກັບ VNPT ໃນການພັດທະນາດາວທຽມໂທລະຄົມມະນາຄົມ, ນະຄອນອັດສະລິຍະ, ກໍານົດຕົວຕົນເຕັກນິກດີຈີຕອນ ແລະຄວາມໝັ້ນຄົງທາງອິນເຕີເນັດ. ພິເສດ, ນັບແຕ່ 10 ປີມານີ້, ກຸ່ມບໍລິສັດ Thales ໄດ້ມີການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດ ເພື່ອແນໃສ່ຫັນບັນດາພື້ນຖານກອງທັບເປັນທັນສະໄໝ.

ທ່ານ Bernardin ໃຫ້ຮູ້ວ່າ, ກຸ່ມບໍລິສັດພວມມານະພະຍາຍາມພັດທະນາການພົວພັນຄູ່ຮ່ວມມື ເພື່ອເພີ່ມທະວີຄວາມສາມາດບົ່ມຊ້ອນໃນການນຳໃຊ້ ແລະຖ່າຍທອດເຕັກໂນໂລຢີ,  ໃນນັ້ນ ປາດຖະໜາຢາກຍູ້ແຮງການຮ່ວມມືກັບຫວຽດນາມ ຕື່ມອີກ ໃນການແກ້ໄຂບັນດາມາດຕະການດ້ານເຕັກໂນໂລຢີ ຄື: ລະບົບນໍາທາງດ້ວຍສັນຍານ sonar ເອເລັກໂຕນິກ, ເຕັກໂນໂລຢີ radar ປ້ອງກັນຊາດ.

ໂດຍ: ທະນາພອນ