ສະມາຄົມໄດ້ເລືອກຕັ້ງຄະນະບໍລິຫານງານອາຍຸການ I (2024-2026) ລວມມີ 13 ທ່ານ, ໃນນັ້ນທ່ານ ຮສຈ, ປອ ໂດ໋ກວາງມິງ ນັກຊ່ຽວຊານຂັ້ນສູງຢູ່ບໍລິສັດຊອບແວ Thermo Calc, ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມ.

leftcenterrightdel
ທ່ານ ຮສຈ.ປອ ໂດ໋ກວາງມິງ ນັກຊ່ຽວຊານຂັ້ນສູງຢູ່ບໍລິສັດຊອບແວ Thermo Calc, ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີ, ທ່ານ ເຈິ່ນວັນຕ໊ວນ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຊູແອັດ ເຊື່ອໝັ້ນວ່າ ສະມາຄົມຈະດຶງດູດສະມາຊິກນັບມື້ນັບຫຼາຍ, ປະກອບສ່ວນຫຼາຍຢ່າງໃຫ້ພື້ນຖານວິທະຍາສາດ-ເຕັກໂນໂລຢີຂອງປະເທດກໍ່ຄືກາຍເປັນຂົວເຊື່ອມຕໍ່ໃຫ້ແກ່ການພົວພັນຫວຽດນາມ-ຊູແອັດ ໃນຂົງເຂດນີ້. ທ່ານເອກອັກຄະລັດຖະທູດ ເຈິ່ນວັນຕ໊ວນ ກໍ່ຢັ້ງຢືນວ່າ ສະຖານທູດຫວຽດນາມ ປະຈຳ ຊູແອັດ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍສະມາຄົມ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ຖັນແຖວນັກຊ່ຽວຊານ, ປັນຍາຊົນຊາວຫວຽດນາມ ອາໄສຢູ່ ຊູແອັດ ອຸທິດຄວາມສາມາດ, ເຫື່ອແຮງໃຫ້ແກ່ການພັດທະນາຂອງຫວຽດນາມ ແລະສາຍພົວພັນອັນດີງາມລະຫວ່າງສອງປະເທດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີເປີດສະຫຼອງສະມາຄົມນັກຊ່ຽວຊານວິທະຍາສາດ-ເຕັກໂນໂລຢີຫວຽດນາມ ຢູ່ຊູແອັດ. ພາບ: ສໍານັກຂ່າວສານຫວຽດນາມ

ຕາງໜ້າໃຫ້ສະມາຄົມຊາວຫວຽດນາມ ອາໄສຢູ່ ຊູແອັດ, ທ່ານ ເລເຊີນຮ່າ ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ຊູແອັດ ສະແດງຄວາມປິຕິຊົມຊື່ນເມື່ອປະຊາຄົມຊາວຫວຽດນາມ ປະຈຳຖິ່ນມີສະມາຄົມໜຶ່ງອີກ. ທ່ານເນັ້ນໜັກວ່າ ເຫດການນີ້ປະກອບສ່ວນຢັ້ງຢືນການເຕີບໃຫຍ່ເຂັ້ມແຂງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ຊູແອັດ ກວ່າອີກ.

ທ່ານປະທານສະມາຄົມ ໂດ໋ກວາງມິງ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຖານທູດຫວຽດນາມ ປະຈຳ ຊູແອັດ ທີ່ໄດ້ຕັ້ງໜ້າໜູນຊ່ວຍໃຫ້ການສ້າງຕັ້ງສະມາຄົມ. ທ່ານປາດຖະໜາວ່າ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອ, ການສົມທົບຂອງອົງການທີ່ກ່ຽວຂ້ອງພາຍໃນປະເທດ, ສະຖານທູດຫວຽດນາມ ກໍ່ຄືປະຊາຄົມຊາວຫວຽດນາມ ໃນບໍລິເວນເພື່ອໃຫ້ສະມາຄົມບັນລຸໄດ້ໝາກຜົນການເຄື່ອນໄຫວຢ່າງມີປະສິດທິຜົນ, ແທດຈິງໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ